ພິທີນຳສົ່ງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ASIAD 2018

(VOVWORLD) - ພິທີນຳສົ່ງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ ອາຊີ 2018 (ASIAD 2018) ໄດ້ຈັດຕັັ້ງໃນຕອນຄ່ຳວັນທີ 09 ສິງຫາ ຢູ່ ຮ່າໂນ້ຍ.
ພິທີນຳສົ່ງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ASIAD 2018 - ảnh 1 ພິທີນຳສົ່ງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ASIAD 2018

ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ASIAD 2018 ດ້ວຍສະມາຊິກ 523 ຄົນ, ໃນນັ້ນ ມີນັກກິລາ 352 ຄົນ ທີ່ເຂົ້າແຂ່ງຂັນກິລາ 32 ປະເພດຢູ່ງານມະຫາກຳກິລາຄັ້ງນີ້. ຄະນະນັກກິລາ ຫວຽດນາມ ຈະມານະພະຍາຍາມຍາດໄດ້ຜົນງານດີທີ່ສຸດໃນບັນດາປະເພດກິລາຈຸດສຸມ Olympic, ພິເສດແມ່ນສູ້ຊົນໃຫ້ຍາດໄດ້ຫຼຽນຄຳ 3 ຫຼຽນຢູ່ ASIAD 2018.

        ASIAD 2018 ໄດ້ຈັດຕັ້ງແຕ່ວັນທີ 18 ສິງຫາ - ວັນທີ 02 ກັນຍາ ຢູ່ປະເທດ ອິນໂດເນເຊຍ. ນີ້ແມ່ນງານມະຫາກຳກິລາໃຫຍ່ທີ່ສຸດໃນທະວີບ, ດ້ວຍການເຂົ້າຮ່ວມຂອງ 45 ປະເທດ ແລະ ເຂດແຄ້ວນ ອາຊີ, ເຊິ່ງແຂ່ງຂັນກິລາ 67 ປະເພດ.

ຕອບກັບ

ຂ່າວ/ບົດ​ອື່ນ