ພິ​ທີ​ປຸກ​ລະ​ດົມ ການ​ສົ່ງ​ຂໍ້​ຄວາມ “ທົ່ວ​ປວງ​ຊົນ​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19”

(VOVWORLD) -ຕອນບ່າຍວັນທີ 03 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມພິທີປຸກລະດົມການສົ່ງຂໍ້ຄວາມ “ທົ່ວປວງຊົນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ “ຜັນຂະຫຍາຍໂຄງການ “ສັກວັກຊິນໃຫ້ແກ່ກຳມະກອນ”.
ພິ​ທີ​ປຸກ​ລະ​ດົມ ການ​ສົ່ງ​ຂໍ້​ຄວາມ “ທົ່ວ​ປວງ​ຊົນ​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19” - ảnh 1ພິທີປຸກລະດົມ ການສົ່ງຂໍ້ຄວາມ “ທົ່ວປວງຊົນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19” (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຖືວ່າ ນີ້ແມ່ນການກະທຳທີ່ມີຄວາມໝາຍຢ່າງແທດຈິງ ແນໃສ່ຕອບສະໜອງແຜນນະໂຍບາຍຂອງພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ. ຈຳນວນເງິນທັງໝົດທີ່ໄດ້ຮັບຜ່ານການສົ່ງຂໍ້ຄວາມຄັ້ງນີ້ ຈະມອບໃຫ້ກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ໜູນຊ່ວຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໃນນັ້ນ, ໃຫ້ບຸລິມະສິດແກ່ການຊື້ວັກຊິນໃຫ້ແກ່ກຳມະກອນ ແລະ ປະຊາຊົນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ.

        ທີ່ພິທີ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຮຽກຮ້ອງ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ໃຈບຸນໃຈກຸສົນ, ບັນດາການກະທຳທີ່ມີຄວາມໝາຍອັນສູງສົ່ງຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຫົວໜ່ວຍ, ວິສາຫະກິດ… ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດ; ສະເໜີໃຫ້ອົງການກຳມະບານທຸກຂັ້ນ ແລະ ກຳມະກອນ, ພາລະກອນ, ຊາວຜູ້ອອກແຮງງານໃນທົ່ວປະເທດ ຕັ້ງໜ້າເຂົ້າຮ່ວມການສົ່ງຂໍ້ຄວາມ ແລະ ສະໜັບສະໜູນໂຄງການ “ສັກວັກຊິນໃຫ້ແກ່ກຳມະກອນ”. 

ຕອບກັບ

ຂ່າວ/ບົດ​ອື່ນ