ພິ​ທີ​ປຸກ​ລະ​ດົມ​ສັບ​ປະ​ດາ​ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ ລະ​ດັບ​ຊາດ, ເດືອນ​ເຄື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມ​ປີ 2023

(VOVWORLD) - ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ແຂວງ ເງະອານ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ເງະອານ ຈັດພິທີປຸກລະດົມ ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ລະດັບຊາດ, ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ ຕອບສະໜອງວັນມະຫາສະໝຸດໂລກ, ວັນສິ່ງແວດລ້ອມໂລກ ປີ 2023.
ພິ​ທີ​ປຸກ​ລະ​ດົມ​ສັບ​ປະ​ດາ​ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ ລະ​ດັບ​ຊາດ, ເດືອນ​ເຄື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມ​ປີ 2023 - ảnh 1ພິທີປຸກລະດົມ (ພາບ: hanoimoi.com.vn)

ຫົວຂໍ້ຂອງວັນສິ່ງແວດລ້ອມໂລກປີນີ້ແມ່ນ “ມາດຕະການແກ້ໄຂມົນລະພິດຈາກສິ່ງເສດເຫຼືອພະລາດສະຕິກ”, ເຊິ່ງໃນນັ້ນ ໄດ້ສຸມໃສ່ປະຕິບັດບັ້ນເຄື່ອນໄຫວ “ຕ້ານມົນລະພິດສິ່ງເສດເຫຼືອພະລາດສະຕິກ”. ຫົວຂໍ້ປີນີ້ໄດ້ເນັ້ນເຖິງການຫັນຄຳໝັ້ນສັນຍາໃຫ້ກາຍເປັນການກະທຳລະອຽດ, ໝູນໃຊ້ມາດຕະການຫຼຸດຜ່ອນການນຳໃຊ້ຢາງພະລາດສະຕິກໄດ້ຢ່າງທົ່ວເຖິງ, ຕັ້ງເປົ້າໝາຍສະກັດກັ້ນທ່າອ່ຽງທີ່ເຮັດໃຫ້ມົນລະພິດເພີ່ມຂຶ້ນ ແລະ ຄຸນນະພາບສິ່ງແວດລ້ອມຫຼຸດລົງ.

          ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ດັ້ງກວັກແຄັງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຢູ່ຂັ້ນສູນກາງ, ອຳນາດການປົກຄອງທ້ອງຖິ່ນ, ສ່ວນບຸກຄົນ ແລະ ວິສາຫະກິດ ຈົ່ງມີການກະທຳຢ່າງແທດຈິງ ເພື່ອແກ້ໄຂບັນຫາມົນລະພິດສິ່ງເສດເຫຼືອຢຢ່າງພະລາດສະຕິກ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນທະເລ ແລະ ມະຫາສະໝຸດ; ຂຸດຄົ້ນ, ນຳໃຊ້ຊັບພະຍາກອນຢູ່ທະເລ ແລະ ໝູ່ເກາະ ແບບຍືນຍົງ.

                           

ຕອບກັບ

ຂ່າວ/ບົດ​ອື່ນ