ພິ​ທີ​ປິດ​ການ​ແຂ່ງ​ຂັນໂຄ​ສະ​ນາ​ເຜີຍ​ແຜ່ກ່ຽວ​ກັບ “ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ”

(VOVWORLD) - ການແຂ່ງຂັນຖືກດຳເນີນແຕ່ວັນທີ 18 ພຶດສະພາ - 21 ພຶດສະພາ ຢູ່ນະຄອນ ຫາຍຟ່ອງ ດ້ວຍການເຂົ້າຮ່ວມຂອງການຜູ້ໂຄສະນາ, ນັກສິລະປິນ, ນັກສະແດງ, ນັກດົນຕີທີ່ມາຈາກ 46 ໃນຈຳນວນ 63 ແຂວງ, ນະຄອນ.
ພິ​ທີ​ປິດ​ການ​ແຂ່ງ​ຂັນໂຄ​ສະ​ນາ​ເຜີຍ​ແຜ່ກ່ຽວ​ກັບ “ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ” - ảnh 1 ທ່ານ ຫງວຽນກວັກຮຸຍ, ຮອງຫົວໜ້າກົມຮາກຖານວັດທະນະທຳ, ຮອງຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ກ່າວຄຳເຫັນທີ່ພິທີປິດ (ພາບ: VOV)

ຕອນຄ່ຳວັນທີ 21 ພຶດສະພາ, ຢູ່ນະຄອນ ຫາຍຟ່ອງ, ກົມຮາກຖານວັດທະນະທຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ຈັດພິທີປິດການແຂ່ງຂັນໂຄສະນາເຜີຍແຜ່ ດ້ວຍຫົວຂໍ້ “ທະເລ ແລະ ໝູ່ເກາະ ຫວຽດນາມ”. ການແຂ່ງຂັນຖືກດຳເນີນແຕ່ວັນທີ 18 ພຶດສະພາ - 21 ພຶດສະພາ ຢູ່ນະຄອນ ຫາຍຟ່ອງ ດ້ວຍການເຂົ້າຮ່ວມຂອງການຜູ້ໂຄສະນາ, ນັກສິລະປິນ, ນັກສະແດງ, ນັກດົນຕີທີ່ມາຈາກ 46 ໃນຈຳນວນ 63 ແຂວງ, ນະຄອນ.

        ບັນດາທິມ ໄດ້ແຂ່ງຂັນກັນຢູ່ 3 ເນື້ອໃນ: ຕົບແຕ່ງ ແລະ ແຫ່ຂະບວນລົດໂຄສະນາ; ວາງສະແດງ ແລະ ບັນລະຍາຍ ແລະ ການສະແດງສິລະປະ. ທ່ານ ຫງວຽນກວັກຮຸຍ, ຮອງຫົວໜ້າກົມຮາກຖານວັດທະນະທຳ, ຮອງຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ໄດ້ຕີລາຄາວ່າ:

        “ການແຂ່ງຂັນໄດ້ຕອບສະໜອງກ່ຽວກັບຂອບຂະໜາດ, ຄຸນນະພາບທາງດ້ານສິລະປະ ແລະ ປະສິດທິຜົນໃນການໂຄສະນາເຜີຍແຜ່ໜ້າທີ່ການເມືອງ, ພ້ອມດຽວກັນນັ້ນ ກໍ່ຍັງຕອບສະໜອງໄດ້ຄວາມຕ້ອງການທາງດ້ານຈິດໃຈໃຫ້ແກ່ພໍ່ແມ່ປະຊາຊົນທຸກຊັ້ນວັນນະອີກດ້ວຍ.”

        ຄະນະຈັດຕັ້ງ ໄດ້ມອບຫຼຽນຄຳ 79 ຫຼຽນ, ຫຼຽນເງິນ 141 ຫຼຽນ ແລະ ໃບຍ້ອງຍໍ 7 ໃບ ໃຫ້ແກ່ບັນດາຫົວໜ່ວຍ ແລະ ທິມທີ່ເຂົ້າຮ່ວມການແຂ່ງຂັນ.

ຕອບກັບ

ຂ່າວ/ບົດ​ອື່ນ