ພິທີປະກາດການວາງແຜນຜັງແຂວງ ກວາງງ້າຍ ໄລຍະ 2021 – 2030, ວິໄສທັດຮອດປີ 2050

(VOVWORLD) - ທາງແຂວງຕ້ອງເອົາໃຈໃສ່ພັດທະນາຊົນນະບົດທັນສະໄໝ, ພັດທະນາເສດຖະກິດກະສິກຳຕາມທິດຜະລິດສິນຄ້າ, ເຕັກໂນໂຊສູງ
ພິທີປະກາດການວາງແຜນຜັງແຂວງ ກວາງງ້າຍ ໄລຍະ 2021 – 2030, ວິໄສທັດຮອດປີ 2050 - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ພິທີ)

ໂດຍສືບຕໍ່ລາຍການໄປປະຕິບັດງານຢູ່ແຂວງ ກວາງງ້າຍ, ຕອນເຊົ້າວັນທີ 24 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີປະກາດການວາງແຜນຜັງແຂວງ ກວາງງ້າຍ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ, ທ່ານຮອງປະທານສະພາແຫ່ງຊາດ ເຈິນລຶວກາງ ແລະ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ພ້ອມກັນເຂົ້າຮ່ວມ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜ້ໃຫ້ແຂວງ ຕ້ອງພັດທະນາຕົວເມືອງແບບຍືນຍົງຕາມທິດເຂດຕົວເມືອງສີຂຽວ, ກົມກຽວ; ຄັດເລືອກຮູບແບບພັດທະນາເສດຖະກິດໃຫ້ເໝາະສົມເທື່ອລະກ້າວ; ສ້າງລະບົບຊີວະພາບເສດຖະກິດຕົວເມືອງ - ອຸດສາຫະກຳ - ການບໍລິການ. ທາງແຂວງຕ້ອງເອົາໃຈໃສ່ພັດທະນາຊົນນະບົດທັນສະໄໝ, ພັດທະນາເສດຖະກິດກະສິກຳຕາມທິດຜະລິດສິນຄ້າ, ເຕັກໂນໂຊສູງ; ເອົາໃຈໃສ່ພັດທະນາການບໍລິການທ່ອງທ່ຽວ ໂດຍອີງໃສ່ທ່າແຮງກ່ຽວກັບບັນດາຄຸນຄ່າວັດທະນະທຳ, ມໍລະດົກເປັນເອກະລັກສະເພາະ; ກ່ຽວກັບທະເລ, ໝູ່ເກາະ, ລະບົບຊີວະພາບທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ