ພິທີປະກາດຂໍ້ຕົກລົງອະໄພຍະໂທດຂອງປະທານປະເທດປີ2016

ພິທີປະກາດຂໍ້ຕົກລົງອະໄພຍະໂທດຂອງປະທານປະເທດປີ2016 - ảnh 1
ພາ​ບ​ປະ​ກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 1/12, ຢູ່​ຄຸກ​ແຫ່ງ​ຕ່າງ​ໆ​ໃນ​ທົ່ວ​ປະ​ເທດ ຫວຽດ​ນາມ ​ໄດ້​ຈັດ​ຕັ້ງ​ການ​ປະ​ກາດ​ຂໍ້​ຕົກ​ລົງ​ອະ​ໄພ​ຍະ​ໂທດ​ຂອງ​ປະ​ທານ​ປະ​ເທດ​ໃຫ້​ບັນ​ດາ​ນັກ​ໂທດ ພວ​ມ​ຖືກ​ຈຳ​ຄຸກ ແລະ ບັນ​ດາ​ນັກ​ໂທ​ດ​ພວມ ​ຖືກໂຈະ​ຊົ່ວ​ຄາວການ​ປະ​ຕິ​ບັດ​ຄຳ​ສັ່ງ​ລົງ​ໂທດ​ຈຳ​ຄຸກ​ຂອງ​ສານ​ທີ່ ມີ​ເງື່ອ​ນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ​ປີ 2016 ຕາມ​ຂໍ​້​ກຳ​ນົດ​ຂອງ​ກົດ​ໝາຍ. ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ອະ​ໄພ​ຍະ​ໂທດ​ຂອງ​ປະ​ທານ​ປະ​ເທດຢ​ູ່​ຄ້າຍ​ກັກ​ຂັງ ຟູ໋​ເຊີນ 4, ກົມ​ໃຫຍ່​ຕຳຫຼວ​ດ​​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ສຳ​ລັບ​ຄະ​ດີ ອາ​ຍາ ແລະ ໜູນ​ຊ່ວຍ​ດ້ານ​ນິ​ຕິ​ກຳ, ກະ​ຊວງ​ຕ​ຳຫຼວ​ດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເຈືອງ​ຮ່​ວາ​ບີ່ງ, ປະ​ທານ​ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ປີ 2016, ໄດ້​ເນັ້​ນ​ໜັກ​ວ່າ: ໄລ່​ສະ​ເພາະ​ປີ 2009 ມາ​ຮອດ​ປະ​ຈ​ຸ​ບັນ, ລັດ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ການ​ອະ​ໄພ​ຍະ​ໂທດ 6 ຄັ້ງ​ໃຫ້​ນັກ​ໂທດ​ເກືອບ 82.000 ຄົນ ແລະ ກ່​ວາ 900 ຄົນ​ພວມ​ຖືກໂຈະ​​ຊົ່ວ​ຄາວການ​ປະ​ຕິ​ບັດ​​ຄຳ​ຕັ​ດ​ສິນ​ຂອງ​ສານ. ຜູ້​ໄດ້​ຮັບ​ອະ​ໄພ​ຍະ​ໂທດ​ສ່ວນຫຼາຍ​ໄດ້​ກັບ​ຄືນ​ສູ່​ວົງ​ຄະ​ນະ​ຍາ​ດ ມີ​ຊີ​ວິດ​ເປັນ​ປົກ​ກະ​ຕິ, ທຳ​ມາ​ຫາ​ກິນ​ເປັນ​ຢ່າງ​ດີ, ອັດ​ຕາ​ຜູ້​ລະ​ເມີດ​ກົດ​ໝາຍ​ຄືນ​ໃໝ່​ຕ່ຳ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີ່ງ, ເນັ້ນ​ໜັກ​ວ່າ:

        “ການ​ອະ​ໄພ​ຍະ​ໂທດ​ແມ່ນ​ບາ​ດ​ກ້າວ​ທຳ​ອິດ​ໃນ​ໄລ​ຍະ​ທາງ​ມຸ່ງ​ໄປ​ເຖິງ​ຄວາມ​ເມດ​ຕາ. ໃນ​ຕໍ່​ໜ້າ, ພວກ​ເຈົ້າ​ຍັງ​​ປະ​ສົບ​ກັບ​ທ້າ​ທາຍຫຼາຍ​ຢ່າງ. ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນບັນ​ດາ​ການ​ຈອບ​ອອຍ, ຊ້ຳ​ບໍ່​ໜຳ​​ແມ່ນການ​ນາບ​ຂູ່​ຂອງ​ຄົນ​ບໍ່​ດີ. ​ແຕ່ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​, ການອອກ​ແຮງ​ງານ, ຮ່ຳ​ຮຽນ, ດັດ​ສ້າງ​ໃຫ້​ເປັນ​ຄົນ​ດ​ີ​ຂອງ​ຕົນຢູ່​ໃນ​ຄຸກ, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພວກ​ອ້າຍ, ເອື້ອຍ​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ທຸກ​ປະ​ການ ​ມີ​ຄວາມ​ເຊື່ອ​ໝັ້ນ​​ຕົນ​ເອງກ່​ວາ​ໃນ​ຊີ​ວິດ​​ການ​ເປັນ​ຢູ່.”


ຂ່າວ/ບົດ​ອື່ນ