ພິທີປະດັບຫຼຽນກາສະພາແຫ່ງຊາດໃຫ້ບັນດາສະມາຊິກສະພາແຫ່ງຊາດ

(VOVWORLD) -ນີ້ແມ່ນໂອກາດເພື່ອເຊີດຊູ, ຮັບຮອງ, ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ມີປະສິດທິຜົນຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ມີຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດໃນອາຍຸການຜ່ານມາ
ພິທີປະດັບຫຼຽນກາສະພາແຫ່ງຊາດໃຫ້ບັນດາສະມາຊິກສະພາແຫ່ງຊາດ - ảnh 1ພິທີປະດັບຫຼຽນກາສະພາແຫ່ງຊາດໃຫ້ບັນດາສະມາຊິກສະພາແຫ່ງຊາດ
(ພາບ: TTXVN)

ຕອນບ່າຍວັນທີ 29 ມີນາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດພິທີປະດັບຫຼຽນກາສະພາແຫ່ງຊາດໃຫ້ບັນດາສະມາຊິກສະພາແຫ່ງຊາດຊຸດທີ 14 ຈຳນວນ 472 ສະຫາຍ. ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ: ນີ້ແມ່ນໂອກາດເພື່ອເຊີດຊູ, ຮັບຮອງ, ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ມີປະສິດທິຜົນຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ມີຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດໃນອາຍຸການຜ່ານມາ, ກໍ່ຄືໃນບັນດາອາຍຸການກ່ອນນີ້. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຢືນຢັນວ່າ:

        “ເລື່ອງປະດັບຫຼຽນກາສຳລັບການເຄື່ອນໄຫວຂອງສະພາແຫ່ງຊາດ ແມ່ນລາງວັນອັນສູງສົ່ງໄດ້ເປັນການສະແດງໃຫ້ເຫັນການເຊີດຊູ, ຕອບບຸນແທນຄຸນຂອງສະພາແຫ່ງຊາດ, ຂອງຄະນະປະຈຳສະພາແຫ່ງຊາດ ທີ່ມີຕໍ່ບັນດາສະຫາຍສະມາຊິກສະພາແຫ່ງຊາດ. ບັນດາຜູ້ທີ່ຍາມໃດກໍ່ສະແດງໃຫ້ເຫັນຄຸນນະທາດ, ພູມປັນຍາ, ບົດບາດ, ໜ້າທີ່ຄວາມຮັບຜິດຊອບຢ່າງສຸດຈິດສຸດໃຈ, ເປັນແບບຢ່າງເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ສະໜິດຕິດພັນກັບປະຊາຊົນ ແລະ ສ້າງຂີດໝາຍຢ່າງເລິກເຊິ່ງ, ສົມເປັນບັນດາຜູ້ຕາງໜ້າໂດຍປະຊາຊົນເລືອກຕັ້ງ. ໂດຍຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຂ້າພະເຈົ້າປາດຖະໜາວ່າ ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ບັນດາສະມາຊິກສະພາແຫ່ງຊາດ ກໍ່ຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ຄວາມສາມັກຄີຂອງສະພາແຫ່ງຊາດ, ຂອງຊາດ ເພື່ອປະກອບສ່ວນພູມປັນຍາ, ອຸທິດເຫື່ອແຮງຂອງຕົນເພື່ອຮັບໃຊ້ປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ