ພິທີມອບນາມມະຍົດ “ ນັກທຸລະກິດຍິ່ງຜູ້ດີເດັ່ນປີ 2016 ”

(VOVWORLD) -ຕອບຄ່ຳວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຫຼື VCCI ໄດ້ພິທີມອບນາມມະຍົດ “ ນັກທຸລະກິດຍິ່ງຜູ້ດີເດັ່ນປີ 2016 ”
ພິທີມອບນາມມະຍົດ “ ນັກທຸລະກິດຍິ່ງຜູ້ດີເດັ່ນປີ 2016 ” - ảnh 1 ພິທີມອບນາມມະຍົດ “ ນັກທຸລະກິດຍິ່ງຜູ້ດີເດັ່ນປີ 2016 ”

ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຫງອກທິ້ງໄດ້ເຂົ້າຮ່ວມ. ນາມມະຍົດ “ ນັກທຸລະກິດຍິ່ງຜູ້ດີເດັ່ນປີ 2016 ” ໄດ້ຖືກມອບໃຫ້ນັກທຸລະກິດຍິ່ງຜູ້ດີເດັ່ນ 100 ຄົນ ທີ່ມີບັນດາຜົນງານທີ່ດີເດັ່ນໃນການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວົງຄະນະຍາດ . ທີ່ພິທີ, ທ່ານນາງ ຫງວຽນທິຕວຽດມິນ ປະທານສະພານັກທຸລະກິດຫວຽດນາມ ກ່າວວ່າ : 

     “ ພິທີມອບນາມມະຍົດໃນຈຸດເວລາກ່ອນດຳເນີນສັບປະດາຂັ້ນສູງ APEC , ກອງປະຊຸມສຸດຍອດນັກທຸລະກິດ APEC ແມ່ນມີຄວາມໝາຍສຳຄັນທີ່ສຸດ, ສ້າງກຳລັງໜູນຊຸກຍູ້ຄວາມເຊື່ອໝັ້ນຕົນເອງ, ຄວາມເປັນເຈົ້າການຂອງນັກທຸລະກິດຍິ່ງໃນການເຊື່ອມໂຍງ. ນັກທຸລະກິດຍິ່ງຜູ້ດີເດັ່ນ 100 ຄົນ ທີ່ໄດ້ຮັບນາມມະຍົດໃນມື້ນີ້ ແມ່ນບັນດາຕົວແບບທີ່ດີເດັ່ນເພື່ອໃຫ້ນັກທຸລະກິດໜຸ່ມສືບທອດ ແລະ ເຮັດຕາມ  ”

ຕອບກັບ

ຂ່າວ/ບົດ​ອື່ນ