ພິທີມອບລາງວັນການຂົນຂວາຍປະດິດຄິດແຕ່ງບົດເພງດວງດອກໄມ້ອະມະຕະ

(VOVWORLD) -ຕອນຄ່ຳວັນທີ 20 ກໍລະກົດ ຢູ່ ຮ່າຕິ້ງ, ສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມີນ ໄດ້ສົມທົບກັບແຂວງ ຮ່າຕິ້ງ ຈັດຕັ້ງພິທີສະຫລຸບ ແລະ ມອບລາງວັນການຂົນຂວາຍປະດິດຄິດແຕ່ງບົດເພງສະເຫລີມສະຫລອງ 50 ປີແຫ່ງວັນໄຊຊະນະ ດົງລົກ (24ກໍລະກົດປີ1968- 24 ກໍລະກົດປີ 2018) ດ້ວຍຫົວຂໍ້ “ບັນດາດວງດອກໄມ້ອະມະຕະ”.
ພິທີມອບລາງວັນການຂົນຂວາຍປະດິດຄິດແຕ່ງບົດເພງດວງດອກໄມ້ອະມະຕະ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມອບລາງວັນໃຫ້ຜູ້ໄດ້ຮັບລາງວັນໃນການແຂ່ງຂັນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ເຂົ້າຮ່ວມເຫດການນີ້.

ຜ່ານ 2 ເດືອນແຫ່ງການປຸກລະດົມການແຂ່ງຂັນປະດິດຄິດແຕ່ງ ມີ 87 ບົດເພງໄດ້ສົ່ງ ເຂົ້າຮ່ວມການແຂ່ງຂັນ,  ຄະນະຈັດຕັ້ງໄດ້ຄັດເລືອກ 10 ບົດເພງເພື່ອໃຫ້ລາງວັນ, ໃນນັ້ນ ລາງວັນ A ຫນຶ່ງລາງວັນ, ລາງວັນ B ຫນຶ່ງລາງວັນ, ລາງວັນ C ຫນຶ່ງ ລາງວັນ ແລະ ລາງວັນຊົມເຊີຍ 7 ລາງວັນ. ລາງວັນ A ແມ່ນໄດ້ແກ່ບົດເພງ “ເລື່ອງນິທານບ້ານເກີດເມືອງນອນຂອງເຮົາ”. ອ້າຍ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ໃຫ້ຮູ້ວ່າ:

        “ຜູ້ປະດິດຄິດແຕ່ງບົດເພງໄດ້ນຳໃຊ້ດົນຕີພື້ນເມືອງເຂົ້າໃນບັນດາບົດເພງຢ່າງຄ່ອງແຄ້ວ ສ້າງຄວາມສະຫນິດສະຫນົມ ແລະ ເຕັມໄປດ້ວຍໄມຕີຈິດ. ນຳມາເຊິ່ງພະລັງຊີວິດໃຫມ່ໃຫ້ບົດເພງຫລາຍບົດ ຜ່ານການຂັບຮ້ອງແບບທັງຫນຸ່ມແຕ່ເຕັມໄປດ້ວຍຄວາມຮູ້ສຶກກ່ຽວກັບການເສຍສະຫລະຂອງຄົນລຸ້ນກ່ອນສຳລັບການຕໍ່ສູ້ປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ຂອງຊາດ ຈາກນັ້ນ ກຳນົດໄດ້ຫນ້າທີ່ຄວາມຮັບຜິດຊອບຂອງຕົນໃນໄລຍະປະຈຸບັນເພື່ອດຳລົງຊີວິດໃຫ້ເໝາະສົມກັບການເສຍສະຫລະຂອງຄົນລຸ້ນກ່ອນ.”

ຕອບກັບ

ຂ່າວ/ບົດ​ອື່ນ