ພິທີມອບລາງວັນການສອບເສັງສີມືແຮງງານແຫ່ງຊາດ ຄັ້ງທີ 10

(VOVWORLD) - ການສອບເສັງສີມືແຮງງານແຫ່ງຊາດຄັ້ງທີ 10 ໄດ້ຮັບການຈັດຕັ້ງແຕ່ວັນທີ 13 – 20 ພຶດສະພາ 2018 ຢູ່ຮ່າໂນ້ຍ ແລະ ແຂວງ ຮ່ານາມ.
ພິທີມອບລາງວັນການສອບເສັງສີມືແຮງງານແຫ່ງຊາດ ຄັ້ງທີ 10 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ (ເບື້ອງຊ້າຍ) ເຂົ້າຮ່ວມການມອບລາງວັນທີ່ການເສັງ

ຕອນຄ່ຳວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງພິທີສະຫລຸບ ແລະ ມອບລາງວັນການເສັງສີມືແຮງງານໂລກຄັ້ງທີ 44 ປີ 2017 ແລະ ການສອບເສັງສີມືແຮງງານແຫ່ງຊາດຄັ້ງທີ X ປີ 2018.

        ການສອບເສັງສີມືແຮງງານແຫ່ງຊາດຄັ້ງທີ 10 ໄດ້ຮັບການຈັດຕັ້ງແຕ່ວັນທີ 13 – 20 ພຶດສະພາ 2018 ຢູ່ຮ່າໂນ້ຍ ແລະ ແຂວງ ຮ່ານາມ. ນ້ອງ ຫງວຽນຕູ໋ແອງ, ນັກສຶກສາພະແນກເສີມຄວາມງາມ, ວິທະຍາໄລວິຊາຊີບເຕັກໂນໂລຊີ ຮ່າໂນ້ຍ, ຜູ້ຄ້ວາໄດ້ຫຼຽນຄຳໃນອາຊີບອອກແບບຊົງຜົມ, ໃຫ້ຮູ້ວ່າ:

        “ນີ້ແມ່ນການເສັງທີ່ໄດ້ເຕົ້າໂຮມຜູ້ມີຄວາມເກັ່ງກ້າສາມາດຫຼາຍຄົນ, ດັ່ງນັ້ນມັນມີຜົນປະໂຫຍດຫຼາຍສຳລັບຂ້າພະເຈົ້າ. ນີ້ກໍ່ແມ່ນຄວາມເມົາມົວຂອງຂ້າພະເຈົ້າ ດັ່ງນັ້ນ ເມື່ອຮຽນຈົບມັດທະຍົມ, ຂ້າພະເຈົ້າຈຶ່ງຕັດສິນໃຈໄປຮຽນອາຊີບເຮັດຜົມ. ຜ່ານການເສັງນີ້ຂ້າພະເຈົ້າມີໂອກາດໄດ້ພົບປະກັບຄູ່ແຂ່ງຫຼາຍຄົນ ດັ່ງນັ້ນຈຶ່ງສາມາດຖອດຖອນໄດ້ບົດຮຽນຫຼາຍຢ່າງ ແລະ ເຫັນວ່າການເສັງນີ້ມີຜົນປະໂຫຍດຫຼາຍ. ຂ້າພະເຈົ້າຫວັງວ່າ, ໃນອະນາຄົດຈະພ້ອມກັບພວກເພື່ອນນຳຂະແໜງເຮັດຜົມຂອງ ຫວຽດນາມ ອອກສູ່ໂລກເພື່ອໃຫ້ທຸກໆຄົນລ້ວນແຕ່ຮູ້ຈັກເຖິງ.”

        ໂດຍໄດ້ຮັບການຈັດຕັ້ງ 2 ປີ/ເທື່ອ, ການສອບເສັງສີມືແຮງງານແຫ່ງຊາດແມ່ນໂອກາດເພື່ອເລືອກເອົາບັນດານັກສອບເສັງທີ່ດີເດັ່ນເຂົ້າຮ່ວມການເສັງສີມືແຮງງານ ອາຊຽນ ຄັ້ງທີ 12 ເຊິ່ງຈະຈັດຕັ້ງຢູ່ປະເທດ ໄທ ແຕ່ວັນທີ 26 ສິງຫາ ຫາ ວັນທີ 4 ກັນຍາ 2018 ແລະ ການສອບເສັງສີມືແຮງງານໂລກ ຄັ້ງທີ 45 ເຊິ່ງຈະຈັດຕັ້ງແຕ່ວັນທີ 22 – 27 ສິງຫາ 2019 ຢູ່ Kazan, ສະຫະພັນ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ