ພິ​ທີ​ມອບ​ລາງວັນ​ການ​ແຂ່ງ​ຂັນ start up ເຂດ​ທົ່ງ​ພຽງ​ແມ່​ນຳ​ຂອງ​ທາງ​ພາກ​ໃຕ້ ​ຫວຽດ​ນາມ

(VOVWORLD) - ການແຂ່ງຂັນມື້ນີ້ ແມ່ນໂອກາດເພື່ອຮັບຟັງ ແລະ ເຂົ້າໃຈຫຼາຍບັນຫາ.
ພິ​ທີ​ມອບ​ລາງວັນ​ການ​ແຂ່ງ​ຂັນ  start up ເຂດ​ທົ່ງ​ພຽງ​ແມ່​ນຳ​ຂອງ​ທາງ​ພາກ​ໃຕ້ ​ຫວຽດ​ນາມ - ảnh 1

(ພາບ: thoidai.com.vn)

   ວັນທີ 22 ທັນວາ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) - ສາຂາ ເຂດທົ່ງພຽງແມ່ນຳຂອງທາງພາກໃຕ້ ຫວຽດນາມ ສົມທົບກັບບັນດາແຂວງ ນະຄອນ, ບັນດາມະຫາວິທະຍາໄລຍໃນເຂດ ໄດ້ຈັດ “ຮອບຊິງຊະນະເລີດ ແລະ ມອບລາງວັນການແຂ່ງຂັນ  start up ເຂດທົ່ງພຽງແມ່ນຳຂອງທາງພາກໃຕ້ ຫວຽດນາມ 2023”.

  ກ່າວຄຳເຫັນນະທີ່ນິ້, ທ່ານ ຫງວຽນເຟືອງລາມ ຜູ້ອຳນວຍການ VCC ເຂດທົ່ງພຽງແມ່ນຳຂອງທາງພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ:

ພວກເພື່ອນເຂົ້າຮ່ວມການແຂ່ງຂັນມື້ນີ້ ແມ່ນໂອກາດເພື່ອຮັບຟັງ ແລະ ເຂົ້າໃຈຫຼາຍບັນຫາ. ບໍ່ແມ່ນກອງປະຊຸມສຳມະນາ ຫຼືການໂອ້ລົມສົນທະນາຄັ້ງໜຶ່ງ ແມ່ນສາມາດຊ່ວຍພວກເພື່ອນ ມີຂໍ້ມູນຂ່າວຢ່າງພຽງພໍໄດ້, ພວກເຮົາຕ້ອງອັບເດັດເປັນປະຈຳ. ກອງປະຊຸມສຳມະນາມື້ນີ້ ແມ່ນມີມູນຄູນຄ່າຫຼາຍກ່ຽວກັບດ້ານທ່ອ່ຽງ, ເຮັດແນວໃດເພື່ອສຳຜັດກັບທຶນຮອນ, ສຳຜັດກັບສະພາບແວດລ້ອມ ແລະ ຄວາມສາມາດໃນການແກ່ງແຍ້ງຂອງຕົນໃຫ້ດີກ່ວາ. ວິວັດການ start up ບໍ່ແມ່ນເລີ່ມມາຈາກການແຂ່ງຂັນຄັ້ງໜຶ່ງ ແຕ່ຈາກການແຂ່ງຂັນນີ້ ຈະຊ່ວຍໃຫ້ພວກເຮົາສາມາດເລີ່ມຕົ້ນໄດ້ ແລະ ມີວິທີສຳຜັດເພື່ອພັດທະນາແບບຍືນຍົງກ່ວາ.

 

ຕອບກັບ

ຂ່າວ/ບົດ​ອື່ນ