ພິທີມອບລາງວັນວິທະຍາສາດ, ເຕັກໂນໂລຊີທົ່ວໂລກປະຈຳປີ VinFuture

(VOVWORLD) -ຖ້າວ່າການຮັກສາສຸຂະພາບແມ່ນສິ່ງທ້າທາຍຂອງມວນມະນຸດປີ 2021 ນັ້ນ ເລື່ອງ “ສ້າງຄືນໃໝ່ ແລະ ຟື້ນຟູ” ກໍ່ແມ່ນບັນຫາທີ່ຈຳເປັນ ແລະ ຮີບດ່ວນເຊິ່ງໂລກຕ້ອງປະເຊີນໜ້າໃນປີ 2022 ແລະ ໃນຫຼາຍປີຕໍ່ໄປ.
ພິທີມອບລາງວັນວິທະຍາສາດ, ເຕັກໂນໂລຊີທົ່ວໂລກປະຈຳປີ VinFuture - ảnh 1ພິທີມອບລາງວັນວິທະຍາສາດ, ເຕັກໂນໂລຊີທົ່ວໂລກປະຈຳປີ - VinFuture
(ພາບ: TTXVN)

        ຕອນຄ່ຳວັນທີ 20 ທັນວາ, ຢູ່ຮ່າໂນ້ຍ ໄດ້ຈັດພິທີມອບລາງວັນວິທະຍາສາດ, ເຕັກໂນໂລຊີທົ່ວໂລກປະຈຳປີ - VinFuture.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເນັ້ນໜັກເຖິງການປະກອບສ່ວນສຳຄັນຂອງບັນດາກິດຈະກຳຄົ້ນຄວ້າຜະລິດວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານປະທານສະພາແຫ່ງຊາດ ຖືວ່າ, ຖ້າວ່າການຮັກສາສຸຂະພາບແມ່ນສິ່ງທ້າທາຍຂອງມວນມະນຸດປີ 2021 ນັ້ນ ເລື່ອງ “ສ້າງຄືນໃໝ່ ແລະ ຟື້ນຟູ” ກໍ່ແມ່ນບັນຫາທີ່ຈຳເປັນ ແລະ ຮີບດ່ວນເຊິ່ງໂລກຕ້ອງປະເຊີນໜ້າໃນປີ 2022 ແລະ ໃນຫຼາຍປີຕໍ່ໄປ. ນີ້ກໍ່ແມ່ນຫົວເລື່ອງເຊິ່ງ VinFuture 2022 ວາງອອກພາຍຫຼັງໂລກລະບາດໂຄວິດ-19, ສະແດງໃຫ້ເຫັນວິໄສທັດ ແລະ ພາລະກຳ “ວິທະຍາສາດຮັບໃຊ້ມວນມະນຸດ” ຂອງ VinFuture. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ, ລາງວັນວິທະຍາສາດເຕັກໂນໂລຊີທົ່ວໂລກ VinFuture ດ້ວຍເລື່ອງເຊີດຊູບັນດານັກວິທະຍາສາດມີກິດຈະກຳຄົ້ນຄວ້າດີເດັ່ນ ມີລັກສະນະນຳໃຊ້ສູງພວມປະຕິບັດພາລະກຳຂອງຕົນໄດ້ດີທີ່ສຸດ. ບໍ່ພຽງແຕ່ແມ່ນສາຍເຊື່ອມຕໍ່ລະຫວ່າງບັນດານັກວິທະຍາສາດ ຫວຽດນາມ ແລະ ໂລກເຂົ້າກັນຢ່າງແໜ້ນແຟ້ນເທົ່ານັ້ນ, VinFuture ຍັງແມ່ນຂົວເຊື່ອມຕໍ່ເພື່ອໃຫ້ນັກຄົ້ນຄວ້າ, ປະດິດຄິດສ້າງໃໝ່ໃນທົ່ວໂລກຫັນຄວາມຄາດຫວັງດ້ານວິທະຍາສາດທີ່ໃຫຍ່ຫຼວງໃຫ້ປະກົດຜົນເປັນຈິງ ເພື່ອຮັບໃຊ້ປະຊາຊົນ”.

        ທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມອບຂັນລາງວັນການເມືອງໃຫ້ນັກວິທະຍາສາດ 5 ທ່ານ ດ້ວຍບັນດາການປະດິດຄິດສ້າງບຸກທະລຸໃນການ ເຊື່ອມຕໍ່ເຕັກໂນໂລຊີເຄືອຂ່າຍອິນເຕີເນັດທົ່ວໂລກ, ໄດ້ເຮັດໃຫ້ແບບວີທີການພົວພັນແລກປ່ຽນ, ການເຮັດວຽກຂອງມະນຸດປ່ຽນຢ່າງຮອບດ້ານ ແລະ ສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມທັນສະໄໝ. ນັ້ນແມ່ນນັກວິທະຍາສາດຊາວ ອັງກິດ 2 ທ່ານ; ປ.ອ ຊາວ ອາເມລິກາ 2 ທ່ານ ພ້ອມກັບປ.ອ ຊາວ ຝລັ່ງ 1 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ