ພິ​ທີ​ມອບ​ລາງວັນ​ສື່ມ​ວນ​ຊົນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ກໍ່​ສ້າງ​ພັກ​ຄັ້ງ​ທີ 5

(VOVWORLD) -ວິທະຍຸກະຈາຍສຽງຫວຽດນາມ ຍາດໄດ້ລາງວັນ A ໜຶ່ງລາງວັນ, ລາງວັນ B ໜຶ່ງລາງວັນ, ລາງວັນ C ສອງລາງວັນ.
ພິທີປະກາດ ແລະ ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽກງານກໍ່ສ້າງພັກ ຄັ້ງທີ 5 ປີ 2020 ຖືກດຳເນີນໃນຕອນຄ່ຳວັນທີ 13 ມັງກອນ ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ. ເຂົ້າຮ່ວມພິທີ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ທ່ານ ເຈິ່ນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ແລະ ການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ, ອະດີດການນຳພັກ, ລັດ ກໍໄດ້ເຂົ້າຮ່ວມ.
ພິ​ທີ​ມອບ​ລາງວັນ​ສື່ມ​ວນ​ຊົນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ກໍ່​ສ້າງ​ພັກ​ຄັ້ງ​ທີ 5 - ảnh 1ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາ ແລະ ທ່ານ ເຈິ່ນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ມອບລາງວັນໃຫ້ແກ່ຜູ້ຍາດໄດ້ລາງວັນ A

ຄະນະຈັດຕັ້ງໄດ້ມອບລາງວັນພິເສດ 1 ລາງວັນ, ລາງວັນ A 5 ລາງວັນ, ລາງວັນ B 10 ລາງວັນ, ລາງວັນ C 16 ລາງວັນ ແລະ ລາງວັນຊົມເຊີຍ 27 ລາງວັນ. ນອກຈາກນັ້ນ, ຄະນະຈັດຕັ້ງຍັງມອບລາງວັນໃຫ້ແກ່ບັນດາຜົນງານດີເດັ່ນຕື່ມອີກ 8 ລາງວັນ. ໃນນັ້ນ, ວິທະຍຸກະຈາຍສຽງຫວຽດນາມ ຍາດໄດ້ລາງວັນ A ໜຶ່ງລາງວັນ, ລາງວັນ B ໜຶ່ງລາງວັນ, ລາງວັນ C ສອງລາງວັນ.

ກ່າວຄຳເຫັນທີ່ພິທີ, ທ່ານເຈິ່ນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ຊີ້ແຈ້ງວ່າ, ບັນດາຜົນງານເຂົ້າຮ່ວມການເສັງຊີງລາງວັນ ລ້ວນແຕ່ໃກ້ຊິດຕິດແທດກັບບັນດາບັນຫາຮ້ອນເຮັ່ງ, ເຫດການພົ້ນເດັ່ນ, ສ່ອງແສງບັນດາບັນຫາທີ່ສັງຄົມມີຄວາມສົນໃຈໄດ້ຢ່າງທັນການ… ທ່ານ ເຈິ່ນກວັກເວື້ອງເນັ້ນໜັກວ່າ:

        “ນັກຂ່າວແຕ່ລະຄົນ ກໍແມ່ນນັກຮົບປະຕິວັດ, ບົນເນື້ອໃນຈິດໃຈນັ້ນ ຕ້ອງເປັນເຈົ້າການ, ຕັ້ງໜ້າໃກ້ຊິດຕິດແທດກັບຕົວຈິງ, ສ່ອງແສງຜົນປະຕິບັດວຽກງານກໍ່ສ້າງພັກ, ປັບປຸງພັກຢູ່ທ້ອງຖິ່ນ, ຫົວໜ່ວຍຕ່າງໆໃຫ້ທັນການ, ຍ້ອງຍໍຊົມເຊີຍບັນດາວິທີເຮັດທີ່ດີ, ຮູບແບບທີ່ດີ, ພ້ອມກັນນັ້ນ ຕໍ່ສູ້, ຕິຊົມບັນດາຈຸດອ່ອນ, ການກະທຳຜິດພາດໃນວຽກງານກໍ່ສ້າງພັກ ເພື່ອຊ່ວຍໃຫ້ອົງການຈັດຕັ້ງພັກທຸກຂັ້ນປະຕິບັດບົດບາດຊີ້ນຳ-ນຳພາໄດ້ເປັນຢ່າງດີ ແລະ ອົງການຈັດຕັ້ງພັກໂປ່ງໃສ, ໝັ້ນຄົງເຂັ້ມແຂງ”.


 

ຕອບກັບ

ຂ່າວ/ບົດ​ອື່ນ