ພິທີມອບລາງວັນໃຫ້ແກ່ການເສງແຕ້ມຮູບປຸກລະດົມຫົວເລື່ອງກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ

ພິທີມອບລາງວັນໃຫ້ແກ່ການເສງແຕ້ມຮູບປຸກລະດົມຫົວເລື່ອງກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ - ảnh 1
ພິທີ​ມອບ​ລາງວັນ​​​ໃຫ້​ແກ່​ການ​ເສ​ງແຕ້​ມຮູ​ບປຸກລະດົມ
​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ
(ພາບ: chinhphu.vn)


(vovworld) - ກ່າວ​ຄຳ​ເຫັນ​ທີ່ພິທີ​ມອບ​ລາງວັນ​​​ໃຫ້​ແກ່​ການ​ເສ​ງແຕ້​ມຮູ​ບປຸກລະດົມ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ດຳ​ເນີນ​ໄປ​​ເມື່ອ​ຕອນ​ຄໍ່າ​ວັນ​ທີ 24/06, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ AIDS ​ແລະ ປ້ອງ​ກັນ, ຕ້ານ​ໄພ​ເສບ​​ຢາ​ເສບ​ຕິດ, ​ໂສ​ເພນີ ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ກະຊວງ​ຕຳຫຼວດ ​ໃນ​ການ​ນຳບັນດາ​ເນື້ອ​ໃນ​ໂຄສະນາ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ກິລາ ​ເພື່ອ​​ເຮັດ​ໃຫ້​ວຽກ​ງານ​​ໂຄສະນາ​ສຶກສາ​ປ້ອ​ງກັນ, ຕ້ານ​ຢາ​ເສບ​ຕິດນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ ນອກ​ຈາກ​ການ​ກ່າວ​ເຕື່ອນ​ໄພ​​ເສບ​ຢາ​ເສບ​ຕິດ​ຢ່າງ​ຮຸນແຮງ, ມີຮູ້​ບ​ແຕ້ມ​ຫຼາຍ​ແຜ່ນໄດ້​ສະ​ແດງ​​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ເອື້ອ​ເພື້ອ​ຂອງ​ປະຊາ​ຄົມ; ຕ້ານທ່າ​ທີ່ລັງ​ກຽດ, ຈຳ​ແນ​ກການ​ປະ​ພຶດສຳລັບ​ບັນດາ​ຜູ້​ຕິດ​ຢາ​ເສບ​ຕິດ; ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ຕິດ​ຢາ​ເສບ​ຕິດ​ຕ້ອງ​ພະຍາຍາມ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ອັນ​ສົດ​ໄສ.

ຂ່າວ/ບົດ​ອື່ນ