ພິທີມອບຫລຽນໄຊ, ຫລຽນກາ ຂອງ ສປປ ລາວໃຫ້ແກ່ອະດີດ ນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ພິທີມອບຫລຽນໄຊ, ຫລຽນກາ ຂອງ ສປປ ລາວໃຫ້ແກ່ອະດີດ ນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ - ảnh 1

ພິທີ​ມອບ​ຫລຽນ​ໄຊ, ຫລຽນ​ກາ ຂອງ ສປປ ລາວ ​

ໃຫ້​ແກ່​ອະ​ດີດນັກຮົບ​ອາສາສະໝັກ ​ແລະ ຊ່ຽວຊານຫວຽນາມ ​ຊ່ວຍ​ລາວ

ວັນ​ທີ 22/12, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫລອງ 67 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ ປະຊາຊົນ​ຫວຽດນາມ, ທີ່​ສຳນັກງານສະຖານທູ​ດ ສປປ ລາວ ປະຈຳ​ຫວຽດນາມ​ໄດ້​ຈັດ​ຕັ້ງ “ພິທີ​ມອບ​ຫລຽນ​ໄຊ, ຫລຽນ​ກາ ຂອງ ສປປ ລາວ ​ໃຫ້​ແກ່​ອະ​ດີດນັກຮົບ​ອາສາສະໝັກ ​ແລະ ຊ່ຽວຊານ​ຫວຽດນາມຊ່ວຍ​ລາວ“ ຄັ້ງ​ທີ 19. ​ໃນ​ນັ້ນ ມອບ 153 ຫລຽນ​ໄຊ​ອິດ​ສະຫຼະ​ຊັ້ນ 1, 1066 ຫລຽນ​ໄຊ​ຊະນະ​ເລີດ ຊັ້ນ 1 ​ແລະ 1872 ຫລຽນ​ໄຊ​ຕ້ານ​ອາ​ເມ​ລິ​ກາ ​ໃຫ້​ແກ່​ບັນດາ​ນັກຮົບ​ອາສາ​ສະ​ໜັກ ​ແລະ ຊ່ຽວ​ຊານຊ່ວຍ​ລາວ​ໄລຍະ 1945 – 1975. ​ໂດຍເປັນ​ປະທານ ​ແລະ ກ່າວ​ຄຳ​ເຫັນ​ນະ​ພີ​ທິ, ທ່ານ ສົມ​ພອນ ສີ​ຈະ​ເລີ​ນ, ​ເອກອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ​ປະຈຳ​ຫວຽດນາມ​ຢືນຢັນ​ວ່າ:

“​ການ​ທີ່ພັກ, ລັດຖະບານ​ແຫ່ງ ສປປ ລາວ ​ໄດ້​ຕົກລົງ​ປະດັບ​ຫລຽນ​ໄຊ​ອັນ​ມີ​ຄຸນຄ່າ​ທີ່​ປະ​ເສີດ​ຂອງ ສປປ ລາວ​ໃຫ້​ແກ່​ບັນດາ​ສະຫາຍ​ແມ່ນ​​ເປັນ​ການການ​ຍ້ອງຍໍ, ສັນລະ​ເສີນ ​ແລະ ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຂອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ທີ່​ມີ​ຕໍ່​ພັກ, ລັດຖະບານ ປະຊາຊົນ​ອ້າ​ນນ້ອງ​ຫວຽ​ດນາມ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ກໍ່ແມ່ນ​ຕໍ່​ບັນດາ​ສະຫາຍ​ຊ່ຽວຊານ​ ແລະ ທະຫານ​ອາສາ​ສະໝັກ​ຫວຽດນາມ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ, ສະໜັບສະໜູນ​ອັນ​ໃຫຍ່​ຫລວງ ​ແລະ ລ້ຳ​ຄ່າ​ທີ່​ສຸດ​ໃຫ້​ແກ່​ພາລະກິດ​ປະຕິ​ວັດ​ຂອງ ປະຊາຊົນ ລາວ ​ໃນ​ໄລຍະ 30 ປີ​ທີ່​ຜ່ານ​ມາ”

ສະ​ແດງ​ຄວາມ​ມ່ວນ​ຊື່ນ​ເມື່ອ​ໄດ້​ຮັບ​ຫລຽນ​ໄຊຊະນະ​ເລີດ​ຊັ້ນ 1, ຕາງໜ້າ​ໃຫ້​ແກ່​ບັນດາ​ນັກຮົບ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຊ່ວຍ​ລາວ​ທີ່​​ໄດ້​ຮັບ​ຫລຽນ​ໄຊ, ຫລຽນ​ກາ​ໃນ​ຄັ້ງ​ນີ້, ພົນ​ຕີ ຫງວຽນ​ຕ໋ຽນ​ລອງ​ເວົ້າ​ວ່າ:

“ຂໍ​ສະ​ແດງ​ຄວາມ​ເປັນ​ກຽດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ, ຄວາມ​ມ່ວນ​ຊື່ນ ​ແລະ ຄວາມ​ຮູ້​ບູນຄຸນ​ຢ່າງ​ເລິກ​ເຊິ່ງມາ​ຍັງ​ພັກ, ລັດ, ປຊຊ ​ແລະ ກອງທັບ​ລາວ ​​ເຊິ່ງໄດ້​ມ​ອບຫລຽນ​ໄຊ​ອັນ​ສູງ​ສົ່ງ​ຂອງ​ພັກ ​ແລະ ປຊຊ ລາວ​ອ້າຍ​ນ້ອງ​​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ​ໃນ​ມື້​ນີ້. ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​​ໄດ້​ວ່າ: ນີ້​ແມ່ນ​ຄວາມ​ເປັນ​ກຽດ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​​ພວກ​ຂ້າພະ​ເຈົ້າ, ທັງ​ແມ່ນ​ສັນຍາ​ລັກ​ແຫ່ງ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ ​ແລະ ລາວ. ຄວາມ​ເປັນ​ກຽດ​ທີ່​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ໃນ​ມື້​ນີ້ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ປະຫວັດສາດ​ເທົ່າ​ນັ້ນ ຫາກ​ຍັງ​​ເປັນ​ການ​ຕັກເຕື່ອນ​ໃຫ້​ພວກ​ຂ້າພະ​ເຈົ້າ​ຕ້ອງ​ສືບ​ຕໍ່​ເພີ່ມ​ພຸ​ນຄຸນ​ສ້າງ​ນ້ຳ​ໃຈ​ສະມັກ​ຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃນ​ສະພາບ​ການ​ໃໝ່​​ໃຫ້​ນັບ​ມື້​ນັບສວຍສົດ​ງົດ​ງາມ ​ແລະ ໝັ້ນຄົງ​ຂະໜົງ​ແກ່ນຕະຫລອດ​ໄປ”

 


ຂ່າວ/ບົດ​ອື່ນ