ພິທີມອບ-ຮັບ ຂໍ້ຕົກລົງຖືສັນຊາດ ຫວຽດນາມ ໃຫ້ແກ່ ພົນລະເມືອງລາວ 38 ຄົນ

(VOVWORLD) -ຕາມຂໍ້ຕົກລົງເລກທີ 561 ຂອງປະທານປະເທດແຫ່ງ ສສ.ຫວຽດນາມ ແມ່ນມີ 38 ຄົນ ໄດ້ຮັບອະນຸຍາດໃຫ້ຖືສັນຊາດຫວຽດນາມ.
ພິທີມອບ-ຮັບ ຂໍ້ຕົກລົງຖືສັນຊາດ ຫວຽດນາມ ໃຫ້ແກ່ ພົນລະເມືອງລາວ 38 ຄົນ - ảnh 1ພິທີປະກາດ, ມອບ-ຮັບຂໍ້ຕົກລົງ ຂອງປະທານປະເທດແຫ່ງ ສສ.ຫວຽດນາມ ອະນຸຍາດໃຫ້ຖືສັນຊາດຫວຽດນາມ ສໍາລັບ ພົນລະເມືອງລາວ  

ຕອນເຊົ້າວັນທີ 21 ພຶດສະພາ, ຢູ່ເມືອງ ດັກ ກລີ, ແຂວງກອນຕຸມຂອງຫວຽດນາມ, ກະຊວງຍຸຕິທໍາຫວຽດນາມ ໄດ້ສົມທົບກັບ ຄະນະກໍາມະການປະຊາຊົນ ແຂວງກອນຕຸມ ຈັດຕັ້ງພິທີປະກາດ, ມອບ-ຮັບຂໍ້ຕົກລົງ ຂອງປະທານປະເທດແຫ່ງ ສສ.ຫວຽດນາມ ອະນຸຍາດໃຫ້ຖືສັນຊາດຫວຽດນາມ ສໍາລັບ ພົນລະເມືອງລາວ 17 ຄົນ ທີ່ພວມດໍາລົງຊີວິດໃນບໍລິເວນເມືອງ.

        ບັນດາພົນລະເມືອງລາວເຫຼົ່ານັ້ນ ແມ່ນຊາວອົບພະຍົບແບບຊະຊາຍ, ພວມດໍາລົງຊີວິດຢູ່ 11 ບ້ານ ຂຶ້ນກັບ 3 ຕາແສງຄື ດັກມົນ, ດັກລອງ ແລະ ດັກຍອງ ຂອງເມືອງ ດັກ ກລີ. ຕາມຂໍ້ຕົກລົງເລກທີ 561 ຂອງປະທານປະເທດແຫ່ງ ສສ.ຫວຽດນາມ ແມ່ນມີ 38 ຄົນ ໄດ້ຮັບອະນຸຍາດໃຫ້ຖືສັນຊາດຫວຽດນາມ ແລະ ອາໄສຢູ່ 18 ບ້ານ ຂຶ້ນກັບ 6 ຕາແສງ ຂອງເມືອງ ດັກ ກລີ ແລະ ງອກໂຮ່ຍ, ແຂວງກອນຕຸມ. ຕໍ່ຈາກນັ້ນ, ຄາດວ່າ, ວັນທີ 22 ພຶດສະພາ, ຢູ່ເມືອງງອກໂຮ່ຍ, ກະຊວງຍຸຕິທໍາຫວຽດນາມ ແລະ ຄະນະກໍາມະການແຂວງກອນຕຸມ ກໍຈະຈັດພິທີປະກາດ ແລະ ມອບ-ຮັບຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ຖືສັນຊາດ ຫວຽດນາມ ສໍາລັບ ພົນລະເມືອງລາວ 21 ຄົນ ທີ່ພວມອາໄສຢູ່ 3 ຕາແສງຄື ດັກຢູກ, ດັກນົງ ແລະ ເບີ່ອີ ຂອງເມືອງງອກໂຮ່ຍ. 

ຕອບກັບ

ຂ່າວ/ບົດ​ອື່ນ