ພິ​ທີ​ລົງ​ນາມ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​​ສະ​ຖານ​ທູດ ອາ​ເມ​ລິ​ກາ ​ປະ​ຈຳ ຫວຽດ​ນາມແຫ່ງ​ໃໝ່​

(VOVWORLD) -ໃນວັນທີ 25 ສິງຫາ, ທຳນຽບຂາວ ໄດ້ອອກຖະແຫຼງການເນັ້ນໜັກເຖິງການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ອາເມລິກາ, ພ້ອມທັງຢັ້ງຢືນວ່າ ການເດີນທາງໄປປະຕິບັດງານ ຂອງທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຢູ່ ຫວຽດນາມ ແມ່ນການສະແດງຄຳໝັ້ນສັນຍາຢ່າງເລິກເຊິ່ງຂອງ ອາເມລິກາ ບໍ່ພຽງແຕ່ສຳລັບພາກພື້ນເທົ່ານັ້ນ, ຫາກຍັງສຳລັບການພົວພັນສອງປະເທດ ອີກດ້ວຍ.
ພິ​ທີ​ລົງ​ນາມ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​​ສະ​ຖານ​ທູດ ອາ​ເມ​ລິ​ກາ ​ປະ​ຈຳ ຫວຽດ​ນາມແຫ່ງ​ໃໝ່​ - ảnh 1ພິທີລົງນາມຂໍ້ຕົກລົງກ່ຽວກັບການກໍ່ສ້າງສະຖານທູດອາເມລິກາ ປະຈຳ ຫວຽດນາມ ແຫ່ງໃໝ່

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃນລະຫວ່າງວັນທີ 24 – 26 ສິງຫາ 2021, ຕອນບ່າຍວັນທີ 25 ສິງຫາ, ທ່ານ Christopher Klein ອຸປະທູດຊົ່ວຄາວສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ທ່ານ ບູຍຢຸຍເກື່ອງ ຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມຮ່າໂນ້ຍ ໄດ້ລົງນາມຂໍ້ຕົກລົງກ່ຽວກັບການກໍ່ສ້າງສະຖານທູດອາເມລິກາ ປະຈຳ ຫວຽດນາມ ແຫ່ງໃໝ່. ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອກແອງ ໄດ້ພ້ອນກັນເປັນສັກຂີພິຍານໃນພິທີລົງນາມ.

ແລະ ກໍ່ໃນວັນທີ 25 ສິງຫາ, ທຳນຽບຂາວ ໄດ້ອອກຖະແຫຼງການເນັ້ນໜັກເຖິງການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ອາເມລິກາ, ພ້ອມທັງຢັ້ງຢືນວ່າ ການເດີນທາງໄປປະຕິບັດງານ ຂອງທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຢູ່ ຫວຽດນາມ ແມ່ນການສະແດງຄຳໝັ້ນສັນຍາຢ່າງເລິກເຊິ່ງຂອງ ອາເມລິກາ ບໍ່ພຽງແຕ່ສຳລັບພາກພື້ນເທົ່ານັ້ນ, ຫາກຍັງສຳລັບການພົວພັນສອງປະເທດ ອີກດ້ວຍ.

ຕາມການຕີລາຄາຂອງທຳນຽບຂາວແລ້ວ, ໃນ2, 3 ທົດສະວັດທີ່ຜ່ານມາ, ການພົວພັນສອງຝ່າຍລະຫວ່າງ ອາເມລິກາ ແລະ ຫວຽດນາມ ບັນລຸໄດ້ບັນດາບາດກ້າວດີພໍສົມຄວນ, ສອງຝ່າຍພວມຮ່ວມມືໃນຫຼາຍບັນຫາ, ນັບແຕ່ການຮັບມືກັບໂລກລະບາດໂຄວິດ - 19 ແລະ ກະກຽມໃຫ້ແກ່ບັນດາໄພນາບຂູ່ຕໍ່ຄວາມໝັ້ນຄົງທາງການແພດ ໃນອະນາຄົດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕະຫຼອດຮອດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ