ພິທີລົງນາມໂຄງການສົມທົບກັນໂຄສະນາກ່ຽວກັບໜ້າທີ່ການທະຫານ,ປ້ອງກັນຊາດ

ພິທີລົງນາມໂຄງການສົມທົບກັນໂຄສະນາກ່ຽວກັບໜ້າທີ່ການທະຫານ,ປ້ອງກັນຊາດ - ảnh 1
ພິທີລົງນາມໂຄງການສົມທົບກັນໂຄສະນາ
ກ່ຽວກັບໜ້າທີ່ການທະຫານ, ປ້ອງກັນຊາດ

(vovworld) - ​ຕອນ​ເຊົ້າ​ວັນ​ທີ 18/08, ກົມ​ໃຫຍ່​ການ​ເມືອງ - ກອງທັບ​ປະຊາຊົນ ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ ຫວຽດນາມ, ​ໂທລະພາບ ຫວຽດນາມ ​ໄດ້​ລົງ​ນາມ​ໂຄງການ​ສົມທົບ​ກັນ​ໂຄສະນາ​ກ່ຽວ​ກັບ​ໜ້າ​ທີ່ການ​ທະຫານ, ການປ້ອງ​ກັນຊາ​ດລະຫວ່າງ 3 ອົງການ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ຖະ​ແຫຼ​ງຂ່າວ, ​ໂຄສະນາ​ກ່ຽວ​ກັບ​ໜ້າ​ທີ່​ການ​ທະຫານ, ການປ້ອງ​ກັນຊາ​ດ, ສ້າງ​ພື້ນ​ຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົ​ນ ​ແລະ ກຳລັງ​ປະກອບ​ອາວຸດ​ປະຊາຊົນຜ່ານ​ພາລະກິດ​ສ​້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ບັນດາພາຫະນະ​ສື່​ມວນ​ຊົນ. ຍູ້​ແຮງການ​ໂຄສະນາ​ກ່ຽວ​ກັບ​ວຽກ​ງານ​ພົວພັນ​ກັບ​ຕ່າງປະ​ເທດປ້ອງ​ກັນຊາ​ດ, ຈຸດ​ສຸມ​ແມ່ນ​ສ່ອງ​ແສງການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ 2 ຝ່າຍ, ຫລາຍ​ຝ່າຍ​ລະຫວ່າງ ກອງທັບ​ປະຊາຊົນ ຫວຽດນາມ ກັບ​ກອງທັບ, ກຳລັງ​ປະກອບ​ອາວຸດ​ບັນດາ​ປະ​ເທດ​ໃນ​ໂລກ, ພິ​ເສດ​ແມ່ນ​ກັບ ຈີນ, ລາວ, ກຳປູ​ເຈຍ, ບັນດາ​ປະ​ເທດ ອາ​ຊຽນ, ບັນດາ​ປະ​ເທດ​​ໃຫຍ່ ​ແລະ ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຕ່າງໆ…​ທ່ານພົນ​ຕີ ຫງວຽນ​ຈ້ອງ​ເຫງ໋ຍ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ກອງທັບ​ປະຊາຊົນ ຫວຽດນາມ ​ເນັ້ນ​ໜັກ​ວ່າ:

        “ ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ອົງການ, ຫົວໜ່ວຍ​ໃນ​ທົ່ວ​ກອງທັບ, ພິ​ເສດ​ແມ່ນ​ລະບົບ​ສື່​ມວນ​ຊົນ​ກອງທັບ ຄວນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ໂທລະພາບ ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ ຫວຽດນາມ ຄົ້ນຄວ້າ, ສະ​ເໜີ​ບັນດາ​ເນື້ອ​ໃນ, ຮູບ​ການຖະ​ແຫຼ​ງຂ່າວ, ​ໂຄສະນາ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ​ໃກ້​ຊິດ​ຕິດ​ແທດ​ກັບ​ໜ້າ​ທີ່​ດ້ານ​ການ​ເມືອງ​ຂອງ​ກອງທັບ, ປະກອບສ່ວນປຸກລະດົມ, ລະດົມ​ກຳລັງ​​ໃຈ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ປະຕິບັດ​ສ້າງສາ​ປະ​ເທດ​ຊາດ ຫວຽດນາມ ສັງຄົມ​ນິຍົມ​ໃຫ້​ໝັ້ນຄົງເຂັ້ມ​ແຂງ​.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ ຫງວຽນ​ເທ​ກີ໋ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ ຢືນຢັນ​ວ່າ: ພາຍຫລັງ​ພິທີ​ລົງ​ນາມ, ການ​ນຳ​ບັນດາ​ລະບົບ, ຫົວໜ່ວຍ​ຕ່າງໆ​ຂອງ ວິທະຍຸ​ກະຈາຍສຽງ ຫວຽດນາມ ຈະ​ຊີ້​ນຳ​ພະນັກງານ, ນັກ​ບັນນາທິການ​ຫັນ​​ເນື້ອ​ໃນ​ໂຄງການ​ສົມທົບ​ດັ່ງກ່າວ ກາຍ​ເປັນ​ບັນດາ​ລາຍການ, ຄໍ​ລຳ, ​ໃຫ້​ເປັນ​ລະອຽດ ​ແລະ ມີ​ຊີວິດ​ຊີວາ ​ເພື່ອ​ໂຄສະນາ​ຜ່ານ​ບັນດາຮູບ​ການ​ສື່​ມວນ​ຊົນ​ຂອງ​ວິທະຍຸ​ກະຈາຍສຽງ.

 

ຂ່າວ/ບົດ​ອື່ນ