ພິທີລົງນາມໃນສັນຍາແລະຈົດໝາຍແລກປ່ຽນລະຫວ່າງຫວຽດນາມກັບສານຕຸລາການປະຈຳLaHaye

ພິທີລົງນາມໃນສັນຍາແລະຈົດໝາຍແລກປ່ຽນລະຫວ່າງຫວຽດນາມກັບສານຕຸລາການປະຈຳLaHaye - ảnh 1
ພິທີລົງນາມໃນສັນຍາປະ​ເທດ​​ເຈົ້າພາບ ​ແລະ ຈົດໝາຍ​​ແລກປ່ຽນ ​
ພາບ:TTXVN


(vovworld)- ວັນ​ທີ 23/6 ຢູ່ ຮ່າ​ໂນ້ຍ, ຕາງຫນ້າ​ໃຫ້​ລັດຖະບານ ຫວຽດນາມ, ທ່ານ ​ໂຮ່ຈວນ​ເຊີນ,​ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ​ໄດ້​ລົງ​ນາ​ມ​ໃນ​ສັນຍາປະ​ເທດ​​ເຈົ້າພາບ ​ແລະ ຈົດໝາຍ​​ແລກປ່ຽນ ​ກ່ຽວ​ກັບ​ການ​ຮ່ວມ​ມືລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ສານ​ຕຸລາການ​ປະຈຳ La Haye(PCA)  ກັບ​ທ່ານ Hugo Hans Siblesz, ​ເລຂາທິການ​ໃຫຍ່ ສານ​ຕຸລາການ. ດ້ວຍ​ເລື່ອງ​ລົງ​ນາ​ມ​ໃນ​ສັນຍາ​ດັ່ງກ່າວ, ຫວຽດນາມ ຮັບ​ຮູ້ PCA  ມີ​ຖານະ​ນິຕິ​ກຳ​ທີ່​ຈຳ​ເປັນ ​ເພື່ອ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ຄວາມ​ຂັດ​​ແຍ້​ງສາກົນ​ໂດຍ​ສັນຕິ. ພາຍຫລັງພິທີ​ລົງ​ນາມ,​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່ການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​ຕ້ອນຮັບ​ທ່ານ Hugo Hans Siblesz, ​ເລຂາທິການ​ໃຫຍ່ ສານ​ຕຸລາການ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ປາດ​ຖະຫນາດ​ວ່າ:​ ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ ລະຫວ່າງ​ຫວຽດນາມ ​ແລະ PCA ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ກວ່າອີກ ​ແລະ ປາດ​ຖະຫນາ​ຢາກ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຂອງ PCA ​ໃນ​ການ​ບຳລຸງ​ສ້າງ,​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ​ກົດໝາຍ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ