ພິທີລະນຶກ20ປີແຫ່ງວັນທ່ານເລຂາທິການໃຫຍ່ຫງວຽນວັນລີງເຖິງແກ່ມໍລະນະກຳ

(VOVWORLD) -ຕອນເຊົ້າວັນທີ 27 ເມສາ ຢູ່ ແຂວງ ຮືງອຽນ ໄດ້ດຳເນີນພິທີລະນຶກ 20 ປີແຫ່ງວັນທ່ານເລຂາທິການໃຫຍ່ຫງວຽນວັນລີງເຖິງແກ່ມໍລະນະກຳ ແລະ ຕ້ອນຮັບຫນັງສືຢັ້ງຢືນເຂດອະນຸສອນສະຖານທ່ານເລຂາທິການໃຫຍ່ ຫງວຽນວັນລີງ ເປັນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ.

ເຂົ້າຮ່ວມພິທີ ມີທ່ານ ເຈີນກວັກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ຫົວຫນ້າຄະນະກຳມະການກວດກາສູນກາງ, ທ່ານ ເຈືອງຮ່ວາບີງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ. ກ່າວຄຳເຫັນທີ່ພິທີລະນຶກ, ທ່ານ ເຈີນກວັກເວື້ອງ ໄດ້ກ່າວວ່າ:

        “ເພື່ອຈົດຈຳຄຸນງາມຄວາມດີອັນໃຫຍ່ຫລວງຂອງທ່ານເລຂາທິການໃຫຍ່ຫງວຽນວັນລີງ ຕໍ່ພາລະກິດປະຕິວັດຂອງປະເທດຊາດ, ພັກ ແລະ ລັດ ໄດ້ຕົກລົງກໍ່ສ້າງເຂດອະນຸສອນສະຖານຢູ່ຕາແສງ ຢາຟ້າມ, ເມືອງ ອຽນໝີ ແຂວງ ຮືງອຽນ. ໃນເກືອບ 15 ປີຜ່ານມາ, ເຂດອະນຸສອນສະຖານທ່ານເລຂາທິການໃຫຍ່ ຫງວຽນວັນລີງ ໄດ້ກາຍເປັນສະຖານທີ່ສຶກສາມູນເຊື້ອເພື່ອໃຫ້ປະຊາຊົນແຕ່ລະຄົນມີຄວາມເຂົ້າໃຈເລິກເຊິ່ງກວ່າກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນວັນລີງ ເພື່ອສູ້ຊົນປະຕິບັດຕາມແບບຢ່າງຂອງເພີ່ນ ເພື່ອສືບຕໍ່ກິດຈະການປ່ຽນແປງໃຫມ່ຂອງປະເທດຊາດ ຊື່ງທ່ານ ຫງວຽນວັນລີງ ແມ່ນຫນຶ່ງໃນບັນດາຜູ້ລິເລີ່ມ ແລະ ປະຕິບັດ.”

ຕອບກັບ

ຂ່າວ/ບົດ​ອື່ນ