ພິທີວາງສີລາເລີກເລີ່ມລົງມືກໍ່ສ້າງສຳນັກງານບໍລິສັດສະຕາຣ໌ເທເລຄອມ

ພິທີວາງສີລາເລີກເລີ່ມລົງມືກໍ່ສ້າງສຳນັກງານບໍລິສັດສະຕາຣ໌ເທເລຄອມ - ảnh 1
(ພິທີວາງສີລາເລີກເລີ່ມລົງມືກໍ່ສ້າງສຳນັກງານບໍລິສັດສະຕາຣ໌ເທເລຄອມ)

​(vovworld) – ຕອນ​ບ່າຍ​ວັນ​ທີ 15/05, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້ດຳ​ເນີນ​ພິທີ​ວາງ​ສີ​ລາ​ເລີກເລີ່​ມລົງມື​ກໍ່ສ້າງ​ສຳນັກງານ​ບໍລິສັດ ສະຕາຣ໌ ​ເທ​ເລ​ຄອມ. ນີ້​ແມ່ນ​ບໍລິສັດ​ຮ່ວມ​ທຸລະ​ກິດ​ລະຫວ່າງ ບໍ​ລະ​ສັດ​ໂທລະ​ຄົ​ມລາວ Asia ສັງ​ກັດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ແລະ ບໍລິສັດ Viettel ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ. ​ເຂົ້າ​ຮ່ວມ​ພິທີ​ມີ​ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ພ້ອມ​ກັບ​ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ, ​ກະຊວງໄປສະນີ​ໂທລະ​ຄົມ ​ແລະ ບັນດາ​ຫົວໜ່ວຍ​ທີ່​ກ່ຽວ​ຂ້ອງ​ຂອງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ​ໃຫ້​ຮູ້​ວ່າ, ກິດຈະກຳ​ແມ່ນ​ການ​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ 2 ພັກ, 2 ລັດ ກໍ່​ຄື​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 2 ປະ​ເທດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ