ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ ກັບເມືອປະເທດ

(VOVWORLD) -   ນີ້ແມ່ນພິທີສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ກັບເມືອປະເທດ ຄັ້ງທີ 2 ໂດຍກອງທ້ອນໂຮມອັດຖິກົມການເມືອງທະຫານເຂດ II

ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ແຂວງ ອຸດົມໄຊ, ທາງພາກເໝືອປະເທດ ລາວ, ໄດ້ຈັດຕັ້ງພິທີສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນໄລຍະສົງຄາມກັບເມືອປະເທດບ້ານເກີດເມືອງນອນ ຫວຽດນາມ.

        ນີ້ແມ່ນພິທີສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ກັບເມືອປະເທດ ຄັ້ງທີ 2 ໂດຍກອງທ້ອນໂຮມອັດຖິກົມການເມືອງທະຫານເຂດ II ສົມທົບກັບຄະນະກຳມະການພິເສດຂອງ 6 ແຂວງທາງພາກເໜືອຂອງລາວ ນັ້ນແມ່ນ: ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ ທ້ອນໂຮມໄດ້ໃນລະດູແລ້ງປີ 2017 – 2018.

        ຄັ້ງທີ 1 ກໍ່ໄດ້ຈັດຕັ້ງຢູ່ແຂວງ ອຸດົມໄຊ ໃນເດືອນ ມັງກອນ 2018, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກົມການເມືອງທະຫານເຂດ II ໄດ້ສົມທົບກັບບັນດາອົງການຂອງປະເທດລາວ ທ້ອນໂຮມ ແລະ ສົ່ງກັບເມືອປະເທດ 9 ອັດຖິນັກຊ່ຽວຊານ ແລະ ທະຫານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ 6 ແຂວງທາງພາກເໜືອປະເທດລາວ ໃນໄລຍະເວລາທີ່ກອງທ້ອນໂຮມອັດຖິຊອກຫາໄດ້ໃນຊຸມເດືອນກ່ອນລະດູແລ້ງທ້າຍປີ 2017.

        25 ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວໄດ້ຊອກເຫັນຢູ່ໃນຖ້ຳເມືອງ ປາກອູ, ແຂວງ ຫຼວງພະບາງ ແລະ ເມືອງງາ, ແຂວງ ອຸດົມໄຊ, ອັດຖິທັງໝົດເຫຼົ່ານັ້ນລ້ວນແຕ່ຍັງບໍ່ທັນກຳນົດໄດ້ຊື່ ແລະ ນາມສະກຸນເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ