ພິທີສວດມົນພາວະນາ ແລະ ຈູດທູບທຽນຈານຶກບຸນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ພິທີສວດມົນພາວະນາ ຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມສະຫງົບສຸກ ແລະ ຈານຶກບຸນຄຸນບັນດານັກຮົບວິລະຊົນ, ເສຍສະຫຼະຊີວິດເພື່ອຊາດ
ພິທີສວດມົນພາວະນາ ແລະ ຈູດທູບທຽນຈານຶກບຸນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ - ảnh 1ພິທີສວດມົນພາວະນາ
(ພາບ: nhandan.vn)

ຕອນຄ່ຳວັນທີ 01 ກໍລະກົດ, ຢູ່ສູນກອງປະຊຸມພຸດທະສາສະໜາວັດ ຕາມຈຸກ, ແຂວງ ຮ່ານາມ, ສະພາບໍລິຫານງານພຸດທະສາສະໜາ ຫວຽດນາມ ໄດ້ຈັດພິທີສວດມົນພາວະນາຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມສະຫງົບສຸກ ແລະ ຈູດທູບທຽນຈານຶກບຸນຄຸນບັນດານັກວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ນີ້ແມ່ນການເຄື່ອນໄຫວມຸ່ງໄປເຖິງພິທີສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2023).

ພິທີສວດມົນພາວະນາ ຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມສະຫງົບສຸກ ແລະ ຈານຶກບຸນຄຸນບັນດານັກຮົບວິລະຊົນ, ເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ ແມ່ນການເຄື່ອນໄຫວໂດຍສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຂຶ້ນປະຈຳປີ, ດ້ວຍຈຸດປະສົງ, ຄວາມໝາຍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງລຸ້ນໜຸ່ມປະຈຸບັນ ທີ່ມີຕໍ່ບັນດາການອຸທິດສ່ວນທີ່ໃຫຍ່ຫຼວງຂອງບັນພະບຸລຸດ, ການເສຍສະຫຼະຊີວິດເພື່ອຊາດ ຂອງບັນດານັກວິລະຊົນ ທີ່ມີຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງທົ່ວທັງຊາດ. ການເຄື່ອນໄຫວເພື່ອແນໃສ່ສຶກສາອົບຮົມລຸ້ນໜຸ່ມເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດ, ມານະພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີ, ສວຍງາມ, ສິວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ