ພິ​ທີສວດ​ມົນ​ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ​ບັນ​ດາ​ນັກ​ວິ​ລະ​ຊົນ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ດ້ຽນ​ບຽນ

(VOVWORLD) - ເຂົ້າຮ່ວມພິທີມີພຸດທະສາສະນິກກະຊົນໃນທົ່ວປະເທດນັບໝື່ນຄົນ.
ພິ​ທີສວດ​ມົນ​ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ​ບັນ​ດາ​ນັກ​ວິ​ລະ​ຊົນ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ດ້ຽນ​ບຽນ - ảnh 1

(ພາບ: VOV)

   ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ A1 ນະຄອນ ດ້ຽນບຽນຝູ, ສະມາຄົມພຸດມະສາສະໜາ ຫວຽດນາມ ໄດ້ຈັດພີມີສວດມົນອາໄລຫາ ສະແດງຄວາມຮູ້ບຸນຄຸນບັນດານັກວິລະຊົນ ນັກຮົບເສຍສະຫຼະຊີວິດເພື່ອຊາດເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954-2024). ເຂົ້າຮ່ວມພິທີມີພຸດທະສາສະນິກກະຊົນໃນທົ່ວປະເທດນັບໝື່ນຄົນ.

  ກ່າວຄຳເຫັນທີ່ພິທີ, ພະມະຫາອາຈານ ທິກຈີກວາງ, ປະທານສະມາຄົມ ພຸດທະສາສະໜາ ຫວຽດນາມ ເນັ້ນໜັກວ່າ: ປະເທດຊາດໄດ້ຮັບຄວາມເປັນເອກະລາດ, ພັດທະນາຄືໃນທຸກວັນນີ້ ແມ່ນຍ້ອນຄຸນງາມຄວາມດີຂອງ ນັກວິລະຊົນ ນັກຮົບເສຍສະຫຼະຊີວິດເພື່ອຊາດທຸກຄົນ ຊື່ງໄດ້ເສຍສະຫຼະຊີວິດຂອງຕົນ ສ້າງເປັນໄຊຊະນະແຫ່ງປະຫວັດສາດ ດ້ຽນບຽນຝູ. ພິທີນີ້ແມ່ນເພື່ອຂໍໃຫ້ດວງວິນຍານພວກເພິ່ນໄປສູ່ສຸຂະຕິ ພ້ອມທັງສະແດງອາລົມຈິດຄວາມຮັກແພງ ຂອງພຸດທະສາສະນິກກະຊົນທົ່ວປະເທດ ທີ່ມີຕໍ່ບັນດານັກວິລະຊົນ ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ປຊຊ ບັນດາເຜົ້າແຂວງ ດ້ຽນບຽນ:

   ເພື່ອຕອບບຸນແທນຄຸນ ບັນດານັກວິລະຊົນ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ພວກເຮົາຕ້ອງສາມັກຄີກັນ ເປັນຈິດໜຶ່ງໃຈດຽວກັນ ເພື່ອປົກປັກຮັກສາຄວາມເປັນເອກະລາດຖາວອນຂອງປະເທດຊາດ ຫວຽດນາມ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່. ທຸກຄົນຕ້ອງມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ