ພິ​ທີ​ສວນ​ສະ​ໜາມ ແລະ ເດີນ​ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ຖືກ​ຈັດ​ຂຶ້ນ​ຢູ່ຫຼາຍ​ນະ​ຄອນ​ຂອງ ລັດ​ເຊຍ

(VOVWORLD) -ເກືອບ 30 ນະຄອນ ຂອງ ລັດເຊຍ ໄດ້ພ້ອມກັນຈັດການເດີນສວນສະໜາມ ເພື່ອແນໃສ່ສະເຫຼີມສະຫຼອງວັນໄຊຊະນະຂອງ ລັດເຊຍ ໃນສົງຄາມໂລກຄັ້ງທີ 2.
ພິ​ທີ​ສວນ​ສະ​ໜາມ ແລະ ເດີນ​ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ຖືກ​ຈັດ​ຂຶ້ນ​ຢູ່ຫຼາຍ​ນະ​ຄອນ​ຂອງ ລັດ​ເຊຍ - ảnh 1ກອງທັບອາກາດເຂົ້າຮ່ວມການສວນສະໜາມ (ພາບ: VOV)

ພິທີສວນສະໜາມປະຈຳປີ ຢູ່ຈະຕຸລັດແດງ ຢູ່ນະຄອນຫຼວງ ມົດສະກູ ໄດ້ເລີ່ມແຕ່ເວລາ 10 ໂມງເຊົ້າຂອງວັນທີ 9 ພຶດສະພາ (ຕາມເວລາທ້ອງຖິ່ນ). ເກືອບ 30 ນະຄອນ ຂອງ ລັດເຊຍ ໄດ້ພ້ອມກັນຈັດການເດີນສວນສະໜາມ ເພື່ອແນໃສ່ສະເຫຼີມສະຫຼອງວັນໄຊຊະນະຂອງ ລັດເຊຍ ໃນສົງຄາມໂລກຄັ້ງທີ 2.

ຄາດວ່າ, ປີ 2021 ນີ້, ມີຫຼາຍກວ່າ 12,5 ພັນຄົນ ພ້ອມດ້ວຍອາວຸດຍຸດໂທປະກອນຫຼາຍວ່າ 190 ປະເພດ ໄດ້ເຂົ້າຮ່ວມພິທີດັ່ງກ່າວ. ພິເສດ, ເຮືອບິນ ແລະ ເຮຣີກອັບແຕ 76 ລຳ ຈະມີລາຍດານສະແດງເທິງທ້ອງຟ້າ ມົດສະກູ.

ວັນທີ 8 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ  Vladimir Putin  ກໍໄດ້ສົ່ງຄຳອວຍພອນເຖິງການນຳບັນດາປະເທດໃນກຸ່ມສະມາຄົມບັນດາປະເທດເອກະລາດ, ກໍຄືພົນລະເມືອງ ຢູແກຼນ ໃນວັນສະເຫຼີມສະຫຼອງແຫ່ງວັນໄຊຊະນະ. 

ຕອບກັບ

ຂ່າວ/ບົດ​ອື່ນ