ພິທີສະຫຼຸບສຳເລັດໂຄງການປັກຫຼັກໝາຍຖີ່ແລະບຸລະນະລະບົບຫຼັກໝາຍຊາຍແດນຫວຽດນາມ-ລາວ

ພິທີສະຫຼຸບສຳເລັດໂຄງການປັກຫຼັກໝາຍຖີ່ແລະບຸລະນະລະບົບຫຼັກໝາຍຊາຍແດນຫວຽດນາມ-ລາວ - ảnh 1
(ພິທີ​ສະຫຼຸບ​ສຳ​ເລັດ​ໂຄງການ​ປັກ​ຫຼັກ​ໝາຍ​ຖີ່​ແລະ​ບຸລະນະ​
ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ຫວຽດນາມ-ລາວ)

(vovworld) - ວັນທີ 16/3, ຢູ່ ຮ່າ​ໂນ້ຍ, ພິທີ​ສະຫຼຸບ​ລະດັບ​ລັດ ກ່ຽວ​ກັບ​​ເລື່ອງສຳ​ເລັດ​ໂຄງການ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ​ບຸລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ ຫວຽດນາມ-ລາວ ຖືກ​ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຫງວຽນ​ເຕິ໋ນຢຸງ, ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ລາວ, ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ,​ ຂະ​ແໜງ​ການ​ສູນ​ກາງ ​ແລະ ບັນດາ​ແຂວງທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ຂອງ​ສອງ​ປະ​ເທດ.

ກ່າວ​ຄວາມ​ເຫັນ​ທີ່​ພິທີ ທ່ານ ຫງວຽນ​ເຕິ໋ນຢຸງ, ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ລາວ, ຢືນຢັນ​ວ່າ, ​ໂຄ​ງການ​ນີ້​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ແຫ່ງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາ​ມສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ບົນ​ຫຼັກການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ກັນ, ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ປະສິດທິ​ຜົນ, ​ເພື່ອ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື​ພ້ອມ​ກັນ​ພັດທະນາ, ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ. ນາຍົກລັດຖະມົນຕີທັງສອງ​ທ່ານ ​ເນັ້ນ​ໜັກ​ວ່າ, ​ໂຄງການ​ນີ້​ຍັງ​ປະກອບສ່ວນ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ແລກປ່ຽນ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ, ຜ່ານ​ນັ້ນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ​ສອງ​ປະ​ເທດ.

ທີ່​ພິທີ, ດ້ວຍ​ການ​ເປັນ​ສັກຂີ​ພິຍານ​ຂອງ​ນາຍົກລັດຖະມົນຕີສອງປະ​ເທດ, ທ່ານ ຟ້າ​ມບິ່ງ​ມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລາວ ​ໄດ້​ລົງ​ນາມ​ໃນ​ເອກະສານດ້ານ​ກົດໝາຍທີ່​ສຳຄັນ 02 ສະບັບ, ນັ້ນ​ແມ່ນ “ອະນຸ​ສັນຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ​ແລະ ຫຼັກ​ໝາຍ​ຊາຍ​ແດນ“ ​ແລະ “ສັນຍາ​ກ່ຽວ​ກັບ​ລະບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ​ທາງບົກ​ລະຫວ່າງ​ລັດຖະບານ​ແຫ່ງ ສສ ຫວຽດນາມ ​ແລະ ລັດຖະບານ​ແຫ່ງ ສປປ ລາວ“.

 

ຂ່າວ/ບົດ​ອື່ນ