ພິທີສະຫຼຸບແລະມອບລາງວັນການເສັງ ການຊອກຮູ້ກົດໝາຍວ່າດ້ວຍສະຫະກອນປີ2012

ພິທີສະຫຼຸບແລະມອບລາງວັນການເສັງ ການຊອກຮູ້ກົດໝາຍວ່າດ້ວຍສະຫະກອນປີ2012 - ảnh 1
ພິທີສະຫຼຸບ ແລະ ມອບລາງວັນການເສັງ
ການຊອກຮູ້ກົດໝາຍວ່າດ້ວຍສະຫະກອນປີ2012
(ພາບ: TTXVN)

(vovworld)- ​ຕອນ​ເຊົ້າ​ວັນ​ທີ 29/4 ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນສະ​ຫະ​ກອນ​ຫວຽດ​ນາມ ​ໄດ້ຈັດ​ຕັ້ງ​ພິ​ທີ​ສະຫຼຸບ ແລະ ມອບ​ລາງວັນ​ການ​ເສັງ​ ຊອກ​ຮູ້​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ​ປີ 2012 ແລະ ສະຫຼຸບ​ການ​ເສັງ​ ​ຊອກ​ຮູ້​ບັນ​ດາ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່​ຄັ້ງ​ທີ1. ການ​ເສັງ​​ຊອກ​ຮູ້​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ​ປີ 2012 ໄດ້​ຮັບ​ບົດ​ເຂົ້າ​ຮ່ວມ​ການ​ເສັງ​ກວ່າ 98 ພັນ​ບົດ ແລະ ​ ການເສັງ​​ຊອກ​ຮູ້​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່ໄດ້​ຮັບ 218 ບົດ. ບັນ​ດາ​ບົດ​ເສັງ ແລະ ບົດ​ປະ​ພັນ​ທີ່​ເຂົ້າ​ຮ່ວມ​ການ​ເສັງ​ລ້ວນ​ແຕ່​ມີ​ຄຸນ​ນະ​ພາບ​ສູງ, ​ສ່ອງ​ແສງ​ຢ່າງ​ຈະ​ແຈ້ງ​ບັນ​ດາຫຼັກ​ການ, ຄຸນ​ຄ່າ, ທາດ​ແທ້​ຂອງ​ສະ​ຫະ​ກອນ; ບັນ​ດາ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່​ບັນ​ດາ​ໝູ່ຄະ​ນະ, ສວ່ນ​ບຸກ​ຄົນ​ເປັນ​ແບບ​ຢ່າງທີ່​ດີ​ເດັ່ນ.

        ທີ່​ພິ​ທີ, ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ພິ​ເສດມີ 1 ລາງວັນ, ລາງວັນ​ທີ 1 ມີ 1 ລາງວັນ, ລາງວັນ​ທີ 2 ມີ 10 ລາງວັນ ແລະ ລາງວັນ​ທີ 3 ມີ 20 ລາງວັນ ໃຫ້​ບັນ​ດາ​ນັກ​ປະ​ພັນ​ທີ່​ຍາດ​ໄດ້​ລາງວັນ​ໃນ​ການ​ເສັງ “ ຊອກ​ຮູ້​ ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ​ປີ 2012” ແລະ 21 ບົດ​ປະ​ພັນ​​ສື່ມວນ​ຊົນ​​ໄດ້ຮັບ​ລາງວັນ​ໃນ​ການ​ເສັງ “ຊອກ​ຮູ້​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່”.

 

ຂ່າວ/ບົດ​ອື່ນ