ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະມານສະພາແຫ່ງລັດ ຫວຽດນາມ ຫວໍຈີ້ກົງ

(VOVWORLD) - ເຂົ້າຮ່ວມພິທີມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ບັນດາທ່ານການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ການນຳແຂວງ ກ໋ວາງນາມ ແລະ ບາງທ້ອງຖິ່ນ; ບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ ແລະ ບັນດາແຂກສາກົນ.
ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະມານສະພາແຫ່ງລັດ ຫວຽດນາມ ຫວໍຈີ້ກົງ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ (ພາບ: VGP/Nhật Anh)

ຕອນຄ່ຳວັນທີ 6 ສິງຫາ, ຢູ່ນະຄອນ ຕາມກີ່, ແຂວງ ກ໋ວາງນາມ, ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານສະພາແຫ່ງລັດ ຫວໍຈີ້ກົງ ຄົບຮອບ 110 ປີ (7/8/1912 – 7/8/2022). ເຂົ້າຮ່ວມພິທີມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ບັນດາທ່ານການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ການນຳແຂວງ ກ໋ວາງນາມ ແລະ ບາງທ້ອງຖິ່ນ; ບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ ແລະ ບັນດາແຂກສາກົນ.

ທ່ານ ຫວໍຈີ້ກົງ, ມີຊື່ແທ້ວ່າ ຫວໍຕ່ວານ (ຊື່ເຄີຍເອີ້ນວ່າ: ຊວນ, ນຳກົງ), ເກີດວັນທີ 7 ສິງຫາ 1912 ຢູ່ແຂວງ ກ໋ວາງນາມ. ທ່ານໄດ້ເຂົ້າຮ່ວມຂະບວນການປະຕິວັດ ແລະ ໄດ້ເຂົ້າເປັນສະມາຊິກພັກແມື່ປີ 1935, ທ່ານໄດ້ກາຍເປັນພະນັກງານການນຳຫຼັກແຫຼ່ງຂອງຂະບວນການປະຕິວັດຢູ່ ກ໋ວາງນາມ, ເຊິ່ງເປັນສະຖານທີ່ມີບັນດາການເຄື່ອນໄຫວທຳອິດທີ່ເປັນຂີດໝາຍບັນດາບາດກ້າວເຕີບໃຫຍ່ຂະຫຍາຍຕົວຂອງທ່ານ ໃນໄລຍະທາງເຄື່ອນໄຫວປະຕິວັດມາເປັນເວລາເກືອບ 80 ປີ.

ໂດຍເສີມຂະຫຍາຍມູນເຊື້ອຂອງບ້ານເກີດເມືອງນອນຂອງນັກວິລະຊົນປະຕິວັດ, ຍົກສູງແບບຢ່າງທີ່ໃສແຈ້ງຂອງທ່ານປະທານສະພາແຫ່ງລັດ ຫວໍຈີ້ກົງ, ແຂວງ ກ໋ວາງນາມ ຍາມໃດກໍ່ກຳແໜ້ນກຸ່ມກ້ອນສາມັກຄີເອກະພາບ, ຮ່ວມແຮງຮ່ວມໃຈ, ຜ່ານຜ່າທຸກສິ່ງທ້າທາຍ; ບື່ນຕົວຂຶ້ນປະຕິບັດສຳເລັດໜ້າທີ່, ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ