ພິທີສະເຫຼີມສະຫຼອງ 225 ປີ ແຫ່ງວັນໄຊຊະນະ ງອກໂຮ່ຍ - ດົງດາ

ພິທີສະເຫຼີມສະຫຼອງ 225 ປີ ແຫ່ງວັນໄຊຊະນະ ງອກໂຮ່ຍ - ດົງດາ - ảnh 1
ງານບຸນໄດ້ຮັບການຈັດຕັ້ງໃນວັນທີ 3 ແລະ 4/2 ດ້ວຍການເຂົ້າຮ່ວມຂອງປະຊາຊົນນັບໝື່ນຄົນ
(ພາບ: thethaovanhoa.vn)


(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ 225 ປີ ​ແຫ່ງ​ວັນ​ໄຊຊະນະ ງອກ​ໂຮ່ຍ - ດົງ​ດາ (1789-2014) ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 4/2 ຢູ່​ສວນສາທາລະ ນະ​ວັດທະນະທຳດົງ​ດາ, ທີ່​ເມືອງ​ດົງ​ດາ, ຮ່າ​ໂນ້ຍ. ນີ້​ແມ່ນ​ພິທີ​ ທີ່​ມີ​ຂະໜາດ​ໃຫຍ່ ​ເພື່ອ​ເຊີດ​ຊູ​ນຳ້​ໃຈ​ຮັກ​ຊາດ, ມູນ​ເຊື້ອ​ສາມັກຄີ​ຕ້ານ​ເສິກ​ຕ່າງ​ດ້າວ ​ແລະ ​ເຈດ​ຈຳນົງ​ພິລະ​ອາດ​ຫານ​ຂອງ​ຊາດ ກໍ່​ຄື​ອາ​ໄລ​ຫາ​ບັນດາ​ຫົວໜ້າ​ຂະ​ບວນການ ​ໄຕ​ເຊີນ, ພິ​ເສດ​ແມ່ນ​ນັກ​ວິລະ​ຊົນ​ຊາວນາ ກວາງ​ຈູງ - ຫງວຽນ​ເຫ້, ຜູ້​ທີ່​ມີ​ຄຸນງາມຄວາມດີ​ໃນ​ການ​ຕີ​ເອົາ​ຊະນະ​ສັດຕູ ຊິງ .

        ພາຍຫຼັງ​ສຽງ​ກອງ​ດັງ​ກ້ອງ​ກັງວານ, ​ແມ່ນ​ເລີ່​ມຕົ້ນ​ພິທີ​ທາງ​ການ, ດ້ວຍ​ການ​ຖະຫວາຍ​ທູບ​ທຽນ​ຂອງ​ບັນດາຄະນະ, ຂະ​ແໜງ​ການ​ສູນ​ກາງ, ນະຄອນ ​ແລະ ທ້ອງ​ຖີ່​ນຕ່າງໆ. ​ໃນ​ງານ​ບຸນ​​ໄດ້​ວາດ​ພາບ​​ເຖິງຮູບ​ພາບ​ນັກ​ວິລະ​ຊົນ​ຊາວນາ ກວາງ​ຈູງ - ຫງວຽນ​ເຫ້, ກໍ່​ຄື​ນຳ້​ໃຈ​ພິລະ​ອາດ​ຫານ​ຂອງ​ບະ​ບວນການ​ໄຕ​ເຊີນ ​ຢ່າງ​ມີ​ຊີວິດ​ຊີວາ. ປ້າ ​ເລກ​ວາງ​ນິງ, ສະມາຊິກ​ໃນ​ຄະນະ​ຖະຫວາຍບູຊາ, ​ໃຫ້​ຮູ້​ວ່າ:

        “ຄະນະ​ພວກ​ຂ້າພະ​ເຈົ້າ​ມາ​ຖະຫວາຍ​ທູບ​ທຽນ​ໃນ​ທຸກ​ປີ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່ນັກ​ວິລະ​ຊົນ​ກວາງ​ຈູງ - ຫງວຽນ​ເຫ້, ຜູ້ທີ່​ໄດ້​ຕີ​ເອົາ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ, ປົກ​ປ່ອຍປະ​ເທດ ​ແລະ ຍຶດ​ເອົາ​ສິດ​ເສລີມາ​ໃຫ້​ ປະຊາຊົນ“,

        ​ໃນ​ວັນ​ດຽວ​ກັນ, ຢູ່​ເມືອງ​ໄຕ​ເຊີນ, ​ເຊິ່ງ​ແມ່ນ​ບ້ານ​ເກີດ​ຂອງ ນັກ​ວິລະ​ຊົນ​ກວາງ​ຈູງ - ຫງວຽນ​ເຫ້, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບິ່ງ​ດິ້ງ ​ກໍ່ໄດ້​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ 225 ປີ ​ແຫ່ງ​ວັນ​ໄຊຊະນະ ງອກ​ໂຮ່ຍ - ດົງ​ດາ. ທີ່​ພິ​ທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ເລ​ຫື້​ວ​ໂລກ, ປະທານ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບິ່ງ​ດິ້ງ, ຢືນຢັນ​ວ່າ:

“ມື້​ນີ້, ພວກ​ເຮົາ​ຈັດ ພິທີ​ສະ​ເຫຼີ​ມສະຫຼອງ 225 ປີ ​ແຫ່ງ​ວັນ​ໄຊຊະນະ ງອກ​ໂຮ່ຍ - ດົງ​ດາ ຢູ່​ໃນ​ບ້ານ​ເກີດ​ເມືອງ​ນອນ ​ຂອງ​ຂະ​ບວນການໄຕ​ເຊີນ​ຕາມ​ກຽດ, ​ເພື່ອ​ເຊີດ​ຊູ​ນຳ້​ໃຈພິລະ​ອາດ​ຫານ​ຂອງ​ທະຫານ ​ໄຕ​ເຊີນ ​ແລະ ນັກ​ວິລະ​ຊົນ​ຊາວນາ ກວາງ​ຈູງ - ຫງວຽນ​ເຫ້. ​ໂດຍ​ເສີມ​ຂະຫຍາຍ​ນຳ້​ໃຈ​ໄຊຊະນະ ງອກ​ໂຮ່ຍ - ດົງ​ດາ ອະມະຕະ, ​ແລະ ຄວາມພິລະ​ອາດ​ຫານ ​ເດັດ​ດຽວ​ຍາດ​ເອົາ​​ໄຊຊະນະ​ຂອງ​ເຈົ້າ​ຊີວິດ ກວາງ​ຈູງ. ​ໃນ​ສະພາບການ​ໃຫມ່​ຂອງ​ປະ​ເທດຊາດ, ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຈົ່ງໝູນ​ໃຊ້​ກາລະ​ໂອກາດ, ຜ່ານ​ຜ່າ​ການ​ທ້າ​ທາຍ, ມານະ​ພະຍາຍາມ​ສູ້​ຊົນ​ກໍ່ສ້າງ​ແຂວງ​ໃຫ້​ນັບ​ມື້​ນັບ​ພັດທະນາ“.

​ໃນ​ໂອກາດ​ນີ້, ຢູ່​ຫໍພິພິດທະພັນ​ກວາງ​ຈູງ ກໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ຫຼາຍ​ຢ່າງ​ຄື: ຕີມວຍ​ພື້ນ​ເມືອງໄຕ​ເຊີນ, ຕີ​ຄ້ອງ​ໄຕ​ງວຽນ, ການ​ລະ​ຫຼິ້ນ​ພື້ນ​ເມືອງ… ອັນ​ໄດ້​ດຶງ​ດູດ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ.

 

 

ຂ່າວ/ບົດ​ອື່ນ