ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມຢູ່ ຢູແກຼນ


ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມຢູ່ ຢູແກຼນ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ ​ເປັນ​ເອ​ກະ​ພາບ ໄດ້​ຖືກຈັດ​ຂຶ້ນຢູ່​ກີ​ແອບ ປະ​ເທດ​ຢູ​ແກຼນ

(vovworld)- ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ ​ເປັນ​ເອ​ກະ​ພາບ(30/4) ໄດ້​ຖືກຈັດ​ຂຶ້ນຢູ່​ກີ​ແອບ ປະ​ເທດ​ຢູ​ແກຼນ ໃນ​ຕອນ​ຄ່ຳ​ວັນ​ທີ 17/4. ກ່າວ​ຄຳ​ເຫັນ​ທີ່ ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຢູ​ແກຼນ ແລະ ມົນ​ໂດ​ວາ ຫງວຽນ​ມິນ​ຈິ້ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຂອງ​ໄຊ​ຊະ​ນະ​ທີ່​ລື​່ຊາ​ຜາ​ກົດເມື່ອ​ວັນ​ທີ 30/4/1975 ທີ່​ມີ​ຕໍ່​ປະ​ຊາ​ຊົນ​ຫວຽດ​ນາມ​ທັງ​ປວງ ແລະ ຢືນ​ຢັນ​ວ່າ ການ​ທີ່​ຍາດ​ໄດ້​ໄຊ​ຊະ​ນະ​ນີ້ ແມ່ນ​ຍ້ອນ​ມີ​ລັດ​ທິ​ວິ​ລະ​ຊົນ​ປະ​ຕິ​ວັດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ພ້ອມ​ກັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ໃຫຍ່ຫຼວງ​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ, ໃນ​ນັ້ນ​ມີ​ຊາວ​ຢູ​ແກຼນ ອ້າ​ຍ​ນ້ອງ.

 

ຂ່າວ/ບົດ​ອື່ນ