ພິທີສະເຫຼີມສະຫຼອງ “50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ອາກຊັງຕິນ - ຫວຽດນາມ: ປະຈຸບັນ ແລະ ອະນາຄົດ”

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຍົກອອກ 3 ບັນຫາສຳຄັນ
ພິທີສະເຫຼີມສະຫຼອງ “50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ອາກຊັງຕິນ - ຫວຽດນາມ: ປະຈຸບັນ ແລະ ອະນາຄົດ” - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ)

        ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢ້ຽມຢາມ ອາກຊັງຕິນ ຢ່າງເປັນທາງການ, ວັນທີ 25 ເມສາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ “50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ອາກຊັງຕິນ - ຫວຽດນາມ: ປະຈຸບັນ ແລະ ອະນາຄົດ”, ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ Buenos Aires.

        ໃນບົດກ່າວປາໄສຍາວກວ່າ 30 ນາທີທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຍົກອອກ 3 ບັນຫາສຳຄັນ, ລວມມີ: ສະພາບການໂລກ; ສະພາບການ ແລະ ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ; ວິໄສທັດໃນການພົວພັນລະຫວ່າງ ຫວຽດນາມ ແລະ ພາກພື້ນ ອາເມລິກາ ລາຕິນ ໃນໄລຍະ 10 ປີຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ຖືວ່າ ໃນໂລກນີ້, ນອກຈາກບັນດາຄວາມສະດວກ ແລະ ຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງແລ້ວ, ພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການ. ໃນສະພາບການນັ້ນ, ຫວຽດນາມ ຢຶດໝັ້ນບໍ່ເລືອກເອົາຝ່າຍໃດ ແຕ່ເລືອກເອົາຄວາມເປັນທຳ, ອີງໃສ່ກົດໝາຍສາກົນ. ຫວຽດນາມ ເປັນເຈົ້າການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດຢູ່ບັນດາກົນໄກຫຼາຍຝ່າຍຂອງພາກພື້ນ ແລະ ສາກົນ, ປະກອບສ່ວນສ້າງຄວາມເປັນລະບຽບຮຽບຮ້ອຍສາກົນມີສັນຕິພາບ, ສະຖຽນລະພາບ.

        ການພົວພັນອັນດີງາມລະຫວ່າງ 2 ປະເທດໃນໄລຍະ 50 ປີຜ່ານມາ ແມ່ນພື້ນຖານເພື່ອນຳການພົວພັນ 2 ຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍ 3 ດ້ານພື້ນຖານແມ່ນ: ການເມືອງ - ການທູດ; ເສດຖະກິດ, ການຄ້າ; ວັດທະນະທຳ, ການສຶກສາ, ທ່ອງທ່ຽວ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

        “ວິທີດີທີ່ສຸດເພື່ອຄາດຄະເນອະນາຄົດແມ່ນພວກເຮົາສ້າງສາມັນ. ພວກເຮົາຕ້ອງພ້ອມກັນຊຸກຍູ້ການສ້າງສາອະນາຄົດນີ້. ພວກເຮົາມີພື້ນຖານຢ່າງຄົບຖ້ວນເພື່ອມີຄວາມເຊື່ອໝັ້ນວ່າ 2 ປະເທດ, 2 ພາກພື້ນຈະຮ່ວມມືກັນຢ່າງຮອບດ້ານ, ແທດຈິງ, ເຂັ້ມແຂງ, ແໜ້ນແຟ້ນ, ບັນລຸປະສິດທິຜົນຫຼາຍກວ່າເກົ່າ ບົນພື້ນຖານປະຫວັດສາດອັນລ້ຳຄ່າ, ພ້ອມກັນສ້າງໜ້າປະຫວັດສາດໃໝ່ໃຫ້ນັບມື້ນັບສວຍງາມຂອງ 2 ປະເທດ ຫວຽດນາມ - ອາກຊັງຕິນ ກ່ຽວກັບໂລກໃນໄລຍະ 10 ປີ ແລະ ໃນໄລຍະ 50 ປີຕໍ່ໄປ”.

        ແລະກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານບາງສະບັບ.

        ໃນວັນທີ 25 ເມສາ ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ດຳເນີນການພົບປະກັບພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັກຊັງຕິນ ທີ່ນະຄອນຫຼວງ Buenos Aires.

ຕອບກັບ

ຂ່າວ/ບົດ​ອື່ນ