ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ການພົວພັນທາງການທູດ ຫວຽດນາມ - ອານເຊຣີ ຄົບຮອບ 55 ປີ

(VOVWORLD) - ໃນວັນທີ 29 ຕຸລາ, ຢູ່ນະຄອນຫຼວງ ອານເຊ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ 
ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ການພົວພັນທາງການທູດ ຫວຽດນາມ - ອານເຊຣີ ຄົບຮອບ 55 ປີ - ảnh 1ທ່ານ ຟ້າມກວກຈຸ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ພາບ:TTXN 

ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຂອງ ອານເຊຣີ ຈັດຕັ້ງ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ການພົວພັນທາງການທູດ ຫວຽດນາມ - ອານເຊຣີ ຄົບຮອບ 55 ປີ (28/10/1962 – 28/10/2017). ບັນດາການເຄື່ອນໄຫວຕົ້ນຕໍໄດ້ຮັບການຈັດຕັ້ງໃນໂອກາດນີ້ລວມມີ: ສະເໜີຕົວສື່ສິ່ງພິມພິເສດກ່ຽວກັບການພົວພັນທາງການທູດ ຫວຽດນາມ ອານເຊຣີ, ຈັດຕັ້ງສາຍຮູບເງົາ “Fleur de Lotus” ໂດຍ ຜູ້ກຳກັບຮູບເງົາ ອານເຊຣີ ປະຕິບັດ ທີ່ເລົ່າາກ່ຽວກັບ ເລື່ອງຄວາມຮັກແບບເພີນຈິດ ແລະ ຄວາມໝາຍລະຫວ່າງ ທະຫານ ອານເຊຣີ ແລະ ຜູ້ຍິງ ຫວຽດນາມ ໃນໄລຍະສົງຄາມຢູ່ ຫວຽດນາມ, ກອງປະຊຸມສຳມະນາຕີລາຄາແງ່ຫວັງການພົວພັນທາງການທູດ ແລະ ການຮ່ວມມືລະຫວ່າງ ອານເຊຣີ - ຫວຽດນາມ; ວາງສະແດງຮູບພາບ ແລະ ບັນດາ ສື່ສິ່ງພິມກ່ຽວກັບການພົວພັນທາງການທູດ ແລະ ການຮ່ວມມືລະຫວ່າງສອງປະເທດ.
ໃນໄລຍະ 55 ປີ ຜ່ານມາ, ການພົວພັນມິດຕະພາບທີເປັນມູນເຊື້ອ ແລະ ຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອານຊຣີ ໄດ້ຮັບປັບປຸງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ. ວົງເງິນການຄ້າລະຫວ່າງສອງປະເທດຄາດຄະເນບັນລຸ ປະມານ 300 ລ້ານ USD ໃນປີ 2017. ຫວຽດນາມ ແລະ ອານເຊຣີ ວາງຄາດໝາຍການຄ້າສອງປະເທດບັນລຸລະດັບ 1 ຕື້  USD ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ