ພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລວິທະຍາສາດສັງຄົມແລະວັດທະນະທຳມະນຸດ

ພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລວິທະຍາສາດສັງຄົມແລະວັດທະນະທຳມະນຸດ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ
 ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ
(ພາບອິນເຕີແນັດ)

(vovworld) – ​ ​ ວັນ​ທີ 6/10 ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ປາດ​ຖະໜາວ່າ: ມະຫາວິທະຍາ​ໄລ ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍບົດບາດນຳ​ໜ້າ​ຂອງ​ມະຫາວິທະຍາ​ໄລ​ແຖວ​ໜ້າ​ຂອງ ຫວຽດນາມ​ໄວ້​ຢ່າງ​ໝັ້ນຄົງ ໃນການ​ຄົ້ນຄວ້າ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີ​ຄຸນ​ນະພາ​ບສູງ​ ກ່ຽວ​ກັບ​ບັນດາ​ຂະ​ແໜງ ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ. ພ້ອມ​ທັງ, ກໍ່ສ້າງ​ແລະ ພັດທະນາ​​ໃຫ້​ກາຍເປັນ​ມະຫາວິທະຍາ​ໄລ​ຄົ້ນ​ຄວ້າໃນ​ປີ 2030. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ​ໃຫ້​ຮູ້​ວ່າ:

        “ໜຶ່ງ​ໃນ​ບັນດາ​ພາລະ​ໜ້າ​ທີ່ອັບ​ດັບ​ໜຶ່ງ​ຂອງ​ບັນດາ​ຄູ​ສອນ, ນັກວິທະຍາສາດ ​ແລະ ນັກ​ສຶກສາ​ມະຫາວິທະຍາ​ໄລ ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ ​ແມ່ນ​ປະກອບ​ສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳ​ມະນຸດ ຫວຽດນາມ. ​ໂດຍ​ຜ່ານ​ບັນດາ​ການ​​ສິດ​ສອນ, ​ຄົ້ນຄວ້າ ກໍ​ຄື​ຜ່ານແບບຢ່າງ​ໃນ​ຊີວິດ​ການ​ເປັນ​ຢູ່, ເຮັດ​ໃຫ້​ຄຸນ​ຄ່າ​ວັດທະນະທຳຊຶມ​ເລິກ ​ແລະ ຂະຫຍາຍ​ອອກຢ່າງ​ກວ້າງຂວາງໃນ​ທຸກ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່, ​ໃນການ​ພົວພັນທຸກ​ດ້ານ. ໜຶ່ງ​ໃນ​ບັນດາ​ໜ້າ​ທີ່ສຳຄັນ​ຂອງ​ມະຫາວິທະຍາ​ໄລ ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ ​ແມ່ນ​ປະກອບບັນດາຫຼັກ​ຖານວິທະຍາສາດ ​ເພື່ອ​​ໃຫ້ພັກ ​ແລະ ລັດ​ກໍ່ສ້າງ ​ແລະ ປັບປຸງແນວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ”.

ຂ່າວ/ບົດ​ອື່ນ