ພິທີສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງບໍລິສັດຫຸ້ນສ່ວນນ້ຳນົມVinamilk

ພິທີສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງບໍລິສັດຫຸ້ນສ່ວນນ້ຳນົມVinamilk - ảnh 1
ທ່ານ​ນາງ​ຫງວຽນ​ທິກີ​ມ​ເງິນ ​​ປະດັບ​ຫຼຽນ​ໄຊ​ເອກະ​ລາດ​ຊັ້ນ 3
ໃຫ້​ໝູ່​ຄະນະ​ບໍລິສັດ​ຫຸ້ນ​ສ່ວນ​ນ້ຳນົມ ຫວຽດນາມ
(ພາບ:ປະຊາຊົນ)

(vovworld) - ຕອນ​ຄ່ຳ​ວັນ​ທີ 20/08 ຢູ່​ຮ່າ​ໂນ້ຍ, ບໍລິສັດ​ຫຸ້ນ​ສ່ວນ​ນ້ຳນົມ ຫວຽດນາມ (Vinamilk) ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ບໍລິສັດ​ຫຸ້ນ​ສ່ວນ​ນ້ຳນົມ ຫວຽດນາມ (20/08/1976 – 20/08/2016). ລາຍການ​ສະ​ເຫຼີ​ມສະຫຼອງ​ມີ​ຊື່ວ່າ “ຄວາມ​ໄຝ່ຝັນນ້ຳນົມ​ ຫວຽດນາມ”. ​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ; ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ​ເນັ້ນ​ໜັກ​ວ່າ: ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ພາຍຫລັງ​ປະ​ເທດ​ຊາດ​ເຕົ້າ​ໂຮມ​ເປັນ​ເອກະ​ພາບ, ບໍລິສັດ Vinamilk ​ໄດ້​ຜ່ານ​ຜ່າ​ວິວັດ​ການ​ສ້າງ​ຕັ້ງ ​ແລ​ະ ພັດທະນາ​ຢ່າງ​ໝັ້ນຄົງ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ສຳ​ເລັດ​ຜົນ​ຂອງ​​ແຜນ​ນະ​ໂຍບາຍ​ຫັນ​ເປັນ​ຫຸ້ນ​ສ່ວນ​ຂອງ ຫວຽດນາມ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ແບບຢ່າງ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ທີ່ສ້າງ​ເຄື່ອງໝາຍ​ການ​ຄ້າ ຫວຽດນາມ ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່​ມີຄຸນ​ນະພາ​ບ ​ສາມາດ​ແກ່ງ​ແຍ້​ງຢູ່​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແລ​ະ ຕ່າງປະ​​ເທດ​ໄດ້. ທ່າ​ນຮອງ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ: ສະພາ​ບໍລິຫານງານ, ຄະນະ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ ຄວນ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ກ່ວາ​ອີກ ​ໃນ​ການ​ຄົ້ນ​ຄວ້າ​ເປີດ​ກ້ວາງ​ການ​ຕະຫລາດ, ຕັດສິນ​ຍຸດ​ທະ​ສາດ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃຫ້​ຖືກຕ້ອງ; ​ເອົາ​ໃຈ​ໃສ່​ຫລາຍ​ກ່ວາ​ອີກ​​ເຖິງ​ການ​ບຳລຸງ​ສ້າງ ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​​ໃຫ້​ແກ່​ພະນັກ​ງານການ​ນຳ​ສືບ​ທອດ ​ແລະ ລະດັບ​ສີມືການ​ຊ່າງ​ໃຫ້​ຜູ້​ອອກ​ແຮງ​ງານ.

        ​ແລ​ະກໍ່​ໃນ​ພິທີ, ຕາງໜ້າ​ການ​ນຳ​ພັກ, ລັດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ປະດັບ​ຫຼຽນ​ໄຊ​ເອກະ​ລາດ​ຊັ້ນ 3 (ຄັ້ງ​ທີ 2) ຂອງ​ປະທານ​ປະ​ເທດ ​ໃຫ້​ໝູ່​ຄະນະ​ບໍລິສັດ​ຫຸ້ນ​ສ່ວນ​ນ້ຳນົມ ຫວຽດນາມ (Vinamilk). ​ແລະ​ກໍ່​ໃນ​ພິທີ ບໍລິສັດ Vinamilk ສະຫງວນ 14 ຕື້​ດົ່ງ​ໃຫ້​ແກ່​ພວກ​ນ້ອງ​ນັກຮຽນ​ທີ່​ປະສົມ​ກັບ​ຄວາມ​ທຸກ​ຍາກ​ຢູ່​ຫລາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ