ພິທີສະເຫຼີມສະຫຼອງ54ປີແຫ່ງວັນໄຊຊະນະGironແລະ55ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-​ກູ​ບາ

ພິທີສະເຫຼີມສະຫຼອງ54ປີແຫ່ງວັນໄຊຊະນະGironແລະ55ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-​ກູ​ບາ - ảnh 1
ທ່ານ Herminio Lopez Diaz ແລະ ທ່ານ ຫງວຽນ​ດັງ​ຕ໋ຽນ

(vovworld) - ພິ​ທີ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ໄຊ​ຊະ​ນະ Giron ແລະ ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ ຫວຽດ​ນາມ-ກູ​ບາ ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແລະ ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ສົມ​ທົບ​ກັນ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 10/4, ຢູ່​ຮ່າ​ໂນ​້ຍ. ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ບັນ​ດາ​ຜູ້​ແທນ​ໄດ້​ທົບ​ທວນ​ຄືນ​ໄຊ​ຊະ​ນະ Giron ປະ​ຫວັດ​ສາດ​ຂອງ ກູ​ບາ ກ່ອນນີ້ 54 ປີ (19/4/1961 – 19/4/2015), ພ້ອມ​ທັງ​ໄດ້​ຊີ້​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ໄຊ​ຊະ​ນະ​ນີ້. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຫງວຽນ​ດັງ​ຕ໋ຽນ, ຢັ້ງ​ຢືນ​ວ່າ:

        “ໄຊ​ຊະ​ນະ​ Giron ເມື່ອ​ປີ 1961 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ ແລະ ເຕັ້ມ​ໄປ​ດ້ວຍ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ເທດ ກູ​ບາ. ການນ​ຳ​ພາ​ທີ່​ສະຫຼາດ​ສະຫຼຽວ ແລະ ຍຸດ​ທະ​ໂຍ​ບາຍ​ການ​ທະ​ຫານ​ທີ່​ປິ​ຊາ​ສາ​ມາດ​ຂອງຜູ້​ບັນ​ຊາ​ການ​ໃຫຍ່ Fidel Castro ພ້ອມ​ກັບ​ການ​ຕໍ່​ສູ້​ອັນ​ພິ​ລະ​ອາດ​ຫານທີ່ບໍ່​ຍອມ​ຈຳ​ນົນ​ຂອງ​ປະ​ຊາ​ຊົນ ກູ​ບາ ໄດ້​ປະ​ກອບ​ສ່ວນ​ນຳ​ການ​ປະ​ຕິ​ວັດ ກູ​ບາ ຍາດ​ໄດ້​ໄຊ​ຊະ​ນະ​ສຸດ​ທ້າຍ. ອາດ​ເວົ້າ​ໄດ້​ວ່າ, ໄຊ​ຊະ​ນະ Giron ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ອັ​ນ​ຍິ່ງ​ໃຫຍ່​ໃນ​ພາ​ລະ​ກິດ​ຕໍ່​ສູ້, ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ເອ​ກະ​ລາດ​ຂອງ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ ກູ​ບາ ເວົ້າ​ສະ​ເພາະ ແລະ ​ທັງພາກ​ພື້ນ ອາ​ເມ​ລິ​ກາ ລາ​ຕີງ ເວົ້າ​ລ​ວມ​ເທົ່​ານັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ​​ຕໍ່​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ​ຂອງ​ໂລກ, ໃນ​ນັ້ນ​ມີ​ປະ​ຊາ​ຊົນ​ຫວຽດ​ນາມ ອີກ​ດ້ວຍ.”

        ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ. ກູ​ບາ ປະ​ຈຳ ຫວຽດ​ນາມ Herminio Lopez Diaz, ເນັ້ນ​ໜັກ​ວ່າ: ນ້ຳ​ໃຈ​ສາ​ມັກ​ຄີ​​ທີ່ປະ​ຊາ​ຊົນ ຫວຽດ​ນາມ ສະ​ຫງວນ​ໃຫ້​ແກ່ປະ​ຊາ​ຊົນ ກູ​ບາ ຍາມ​ໃດ​ກໍ່​ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ. ທ່ານກ່າວ​ວ່າ:

        “ສຳ​ລັບ ກູ​ບາ ແລ້ວ, ບົດ​ຮຽນ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ​ ອ້າຍ​ນ້ອງ​ໃນ​ວິ​ວັດ​ການ​ແຫ່ງ​ການ​ປ່ຽນ​ໃໝ່​ຈະ​ສືບ​ຕໍ່​ແມ່ນ​​ເອ​ກະ​ສານ​ທາບ​ທາມທີ່​ຈຳ​ເປັນ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ບັນ​ດາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ພັກ, 2 ລັດ ແລະ 2 ລັດ​ຖະ​ບານ ແລະ 2 ຊາດ​ພ​ວກ​ເຮົາ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ວິ​ວັດ​ການ​​ຫັນ​ເປັນ​ຮູບ​ແບບ​ເສດ​ຖະ​ກິດ ກູ​ບາ, ເຊິ່ງ​ປີ​ກ່ອນບັນ​ລຸ​​ໄດ້​ບາດ​ກ້າວ​ບຸກ​ທະ​ລຸ​ນັັ້ນ​ແມ່ນ​ເລື່ອງ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງ​ທຶນ​ຕ່າງ​ປະ​ເທດສະ​ບັບ​ໃໝ່, ຈະ​ສ້າງ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງໃຫ້​ແກ່​​ການເພີ່ມ​ທະ​ວີ​ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ຮ່ວມ​ມືກັບ ຫວຽດ​ນາມ”

 


ຂ່າວ/ບົດ​ອື່ນ