ພິທີສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງໜັງສືພິມເຍີນເຢີນ

ພິທີສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງໜັງສືພິມເຍີນເຢີນ - ảnh 1
ພິທີສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງໜັງສືພິມເຍີນເຢີນ
(ພາບ: nhandan.com.vn)

(vovworld) - ​ ​ ຕອນ​ບ່າຍ​ວັນ​ທີ 09/03 ຢູູ່ຮ່າ​ໂນ້ຍ, ໜັງສືພິມ ​ເຍີນ​ເຢີ​ນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ​​ແຫ່ງ​ວັນອອກ​ສະບັບ​ທຳ​ອິດ (11/03/1951 – 11/03/2016) ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 1. ​ເຂົ້າ​ຮ່ວມ​ພິທີດັ່ງກ່າວ ​ມີ​ທ່ານເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ທ່ານ ດິງ​ເທ​ຮີ​ງ ຜູ້​ປະຈຳ​ຄະນະ​ເລຂາທິການສູນ​ກາງ​ພັກ. ​ໂດຍ​ຜ່ານ 65 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ​​​ເຕີບ​ໃຫຍ່​ຂະຫຍາຍຕົວ, ປະຈຸ​ບັນ​ໜັງສືພິມ ເຍີນ​ເຢີ​ນ ກາຍ​ເປັນ​ອົງການ​​ສື່​ມວນ​ຊົນຫລາຍປະ​ເພດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ດີງ​ເທ​ຮີ​ງ ສະ​ເໜີ​ບັນດາ​ນັກ​ຂ່າວເຍີນ​ເຢີ​ນຄວນ​ຮັບຮູ້​ພາລະບົດບາດໜ້າ​ທີ່​ຂອງ​ສື່ມວນຊົນຂອງ​ພັກ, ​ໃຫ້ຂ່າວ​ຢ່າງ​ທັນ​ການ, ຖືກຕ້ອງ​ຕາມ​ຄວາມ​ຈິງກ່ຽວ​ກັບ​ສະພາບການ​ຂອງ​ປະ​ເທດຊາດ ​ແລະ ສາກົນ​ຢ່າງ​ເລິກ​ເຊິ່ງ. ທ່ານ ດີງ​ເທ​ຮີ​ງ ​ໃຫ້​ຮູ້້ວ່າ:

        “ສຸມ​ໃສ່​ສ້າງ​ຖັນ​ແຖວ​ບັນດາ​ນັກ​ຂ່າວ​ໜັງສື​ພິມເຍີນ​ເຢີ​ນ​ໃຫ້ມີຄຸນ​ນະ​ທາດ​ການ​ເມືອງໝັ້ນຄົງ​ເຂັ້ມ​ແຂງ, ມີຄຸນສົມບັດ​ຈັນ​ຍາ​ບັນ​ປະກອບອາຊີບຢ່າງ​ໂປ່​ງ​ໃສ ​ແລະ ​ເກັ່ງກ້າ​ດ້ານວີຊາ​ການ​ເຮັດ​ໜັງສືພິມ, ກຳ​ແໜ້ນ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເຮັດ​ໜັງສື​ພິມ​ທັນ​ສະ​ໄໝຢ່າງຊຳນານ​ງານ. ​​ພະນັກງານນັກ​ຂ່າວ​ໜັງສືພິມ ເຍີນ​ເຢີ​ນ ​ແຕ່ລະຄົນ ຕ້ອງ​ແມ່ນ​ນັກຮົບ​ບົນ​ແນວ​ຮົບ​ແນວ​ຄິດ​ວັດທະນະທຳ​ຂອງ​ພັກຢ່າງ​ແທ້​ຈິງ. ພ້ອມ​ທັງ ​​ເອົາ​ໃຈ​ໃສ່, ສ້າງ​ອົງຄະ​ນະ​ພັກ​ຂອງອົງການ​ສື່​ມວນ​ຊົນ​ພັກ​​ໃຫ້​ໂປ່​ງ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ສ້າ​ງ​ໜັງສືພິມ ເຍີນ​ເຢີ​ນ ກາຍ​ເປັນ​​ສູນ​ວັດທະນະທຳທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ອ່ານ​ຈຳນວນ​ຫລວງຫລາຍ”

ຂ່າວ/ບົດ​ອື່ນ