ພິທີສະເຫຼີມສະຫຼອງວັນ ກາເຟ ຫວຽດນາມ ຄັ້ງທີ 3

(VOVWORLD) - ຕອນຄ່ຳວັນທີ 09 ທັນວາ, ທີ່ນະຄອນ Pleiku, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ສົມທົບກັບສະຫະສະມາຄົມ ກາເຟກາກາວ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ຢາລາຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນ ກາເຟ ຫວຽດນາມ ຄັ້ງທີ 3, ປີ 2019 ດ້ວຍຫົວຂໍ້ວ່າ “ວັດທະນະທຳດື່ມກາເຟ”.
ພິທີສະເຫຼີມສະຫຼອງວັນ ກາເຟ ຫວຽດນາມ ຄັ້ງທີ 3 - ảnh 1 ພິທີສະເຫຼີມສະຫຼອງວັນ ກາເຟ ຫວຽດນາມ ຄັ້ງທີ 3 (ພາບ: TTXVN)

 ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນຮ່ວາງຮຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເນັ້ນໜັກວ່າ:

        “ພິທີສະເຫຼີມສະຫຼອງວັນ ກາເຟ ຫວຽດນາມ ປີ 2019 ຄັ້ງທີ 3 ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ຂະແໜງ ກາເຟ ຫວຽດນາມ ເວົ້າລວມ ແລະ ແຂວງ ຢາລາຍ ເວົ້າສະເພາະ ໄດ້ແນະນຳ ແລະ ໂຄສະນາຜະລິດຕະພັນ ກາເຟ ເຖິງເພື່ອນມິດສາກົນ ແລະ ພາຍໃນປະເທດຂ້າພະເຈົ້າ. ຕີລາຄາສູງບັນດາທ້ອງຖິ່ນ, ວິສາຫະກິດ, ອົງການຈັດຕັ້ງສາກົນທີ່ໄດ້ເຂົ້າຮ່ວມ, ຊອກຮູ້ໂອກາດລົງທຶນ, ຮ່ວມສຳພັນການຜະລິດ, ປຸງແຕ່ງຜະລິດຕະພັນ ກາເຟ ກັບຜູ້ຜະລິດຕາມລະບົບມູນຄ່າ.

        ຮອດທ້າຍປີ 2018, ປະລິມານສົ່ງອອກ ກາເຟ ຫວຽດນາມ ບັນລຸ 1,88 ລ້ານໂຕນ, ວົງເງິນການຄ້າສົ່ງອອກບັນລຸກ່ວາ 3,5 ຕື້ USD. ປັດຈຸບັນ ຫວຽດນາມ ບືນຕົວຂຶ້ນຢືນອັນດັບທີ 2 ກ່ຽວກັບປະລິມານ ກາເຟ ທີ່ສະໜອງໃຫ້ຕະຫລາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ