ພິທີສະເຫລີມສະຫລອງ 45 ປີແຫ່ງວັນຜູ້ນຳ Fidel Castro ຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 14 ກັນຍາ ຢູ່ ນະຄອນ ດົງຮ່າ, ແຂວງ ກວ໋າງຈີ້ ໄດ້ສົມທົບກັບກະຊວງການຕ່າງປະເທດ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, 
ພິທີສະເຫລີມສະຫລອງ 45 ປີແຫ່ງວັນຜູ້ນຳ Fidel Castro ຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ - ảnh 1ທ່ານ Salvador Valdés Mesa, ກຳມະການກົມການເມືອງ, ຮອງປະທານທີຫນຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ກ່າວຄຳເຫັນທີ່ພິທີ

 ສະມາຄົມມິດຕະພາບຫວຽດນາມ -ກູບາ ແລະ ສະຖານທູດ ກູບາ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫລີມສະຫລອງ 45 ປີແຫ່ງວັນ ຜູ້ນຳ Fidel Castro ຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ ຂຶ້ນກັບແຂວງ ກວ໋າງຈີ້ ( 9/1973-9/2018).

ກ່າວຄຳເຫັນນະພິທີ, ທ່ານ ເຈີນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ເນັ້ນຫນັກວ່າ: ການຢ້ຽມຢາມຄັ້ງປະຫວັດສາດ ແມ່ນໂອກາດເພື່ອອາໄລຫາຜູ້ນຳ Fidel Castro, ເຊີດຊູບັນດາການປະກອບສ່ວນອັນໃຫຍ່ຫລວງຂອງເພີ່ນສຳລັບການພົວພັນລະຫວ່າງຫວຽດນາມ ແລະ ກູບາ. ທ່ານ ເຈີນກວັກເວື້ອງ ເນັ້ນຫນັກວ່າ:

“ເມື່ອຫວນຄືນຫລັງໄລຍະ 45 ປີ ແຫ່ງການຢ້ຽມຢາມຄັ້ງປະຫວັດສາດ, ແມ່ນສັນຍາລັກຂອງຂະບວນການສາມັກຄີສາກົນ ແລະ ສະຫນັບສະຫນູນຫວຽດນາມ ແລະກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາສະແດງຄວາມຮູ້ບຸນຄຸນສຳລັບຜູ້ນຳ Fidel Castro , ສຳລັບ ກູບາ ກໍ່ຄືເພື່ອນມິດສາກົນ, ບັນດາກຳລັງກ້າວຫນ້າ, ຮັກຫອມສັນຕິພາບ, ເສລີພາບ, ແລະ ຍຸຕິທຳໃນໂລກ ຍາມໃດກໍ່ສາມັກຄີ ແລະ ສະຫນັບສະຫນູນຫວຽດນາມໃນການຕໍ່ສູ້ປົດປ່ອຍຊາດ. ການສະຫນັບສະຫນູນ, ແບ່ງປັນຂອງກູບາ ກໍ່ຄືເພື່ອນມິດສາກົນ ຍາມໃດກໍ່ແມ່ນກຳລັງຫນູນສຳຄັນສຳລັບແຕ່ລະໄຊຊະນະຂອງການປະຕິວັດຫວຽດນາມ ໃນໄລຍະສົງຄາມກໍ່ຄືໃນໄລຍະສັນຕິພາບ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະຈົດຈ່ຳ ແລະ ເຄົາລົບນັບຖືການກະທຳທີ່ມີຄວາມໝາຍອັນສູງສົ່ງນັ້ນຕະຫລອດການ.”

 

ຕອບກັບ

ຂ່າວ/ບົດ​ອື່ນ