ພິທີສະເໜີຕົວກຸ່ມແມ່ຍິງປະຊາຄົມອາຊຽນຢູ່ຮ່າໂນ້ຍ

ພິທີສະເໜີຕົວກຸ່ມແມ່ຍິງປະຊາຄົມອາຊຽນຢູ່ຮ່າໂນ້ຍ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ
ຟ້າ​ມບິ່ງ​ມິ​ງກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເໜີ​ຕົ​ວ​ກຸ່ມ​ແມ່ຍິງ​ປະຊາ​ຄົມ ອາ​ຊຽນ
(ພາບ: doanhnghiepvn.vn)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເໜີ​ຕົ​ວ​ກຸ່ມ​ແມ່ຍິງ​ປະຊາ​ຄົມ ອາ​ຊຽນ ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/8 ຢູ່​ຮ່າ​ໂນ້ຍ, ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຕັ້ງ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ: ​ໃນ​ປີ 2015 ​ແມ່ນ​ຈຸດ​ເວລາທີ່​ມີ​ຄວາມ​ໝາຍ​ບານພັບ​ສຳລັບ​ການ​ພັດທະນາ​ຂອງ​ໂລກ​ເວົ້າ​ລວມ ກໍ​ຄື​ສຳລັບ​ອາ​ຊຽນ ​ແລະ ພາລະກິດ​ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ເວົ້າ​ສະ​ເພາະ. ທ່ານ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ:

        “​ເລື່ອງສ້າງ​ຕັ້ງ​ກຸ່ມ​ແມ່ຍິງ​ປະຊາ​ຄົມ ອາ​ຊຽນ ຢູ່​ຮ່າ​ໂນ້ຍ ​ແມ່ນຄຳ​ໝັ້ນ​ສັນ​ຍາ​​ແຂງ​ແຮງ​ໜຶ່ງອີກ​ຂອງ ຫວຽດນາມ ສຳລັບ​ຄວາມ​ມານະ​ພະຍາຍາມລວມ​​ແມ່ນສ້າງ​ປະຊາ​ຄົມ ອາ​ຊຽນ ມຸ່ງ​ເຖິງ​ປະຊາຊົນ, ຖື​ປະຊາຊົນ​ເປັນ​ໃຈກາງ. ນີ້​ແມ່ນ​ຂົວ​ເຊື່ອນ​ຕໍ່​​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມສະ​ໜິດ​ຕິດ​ພັນ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ ອາຊຽນ ​ແລະ ລະຫວ່າງ ອາ​ຊຽນ ກັບບັນດາ​ເພື່ອນ​ມິດສາ​ກົນ. ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ວ່າ​: ບັນດາ​ສະມາຊິກ​ຂອງ​ກຸ່ມ​ແມ່ຍິງ​ປະຊາ​ຄົມ ອາຊຽນ ຢູ່​ຮ່າ​ໂນ້ຍ ຈະ​ມີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນທີ່​ອຸດົມສົມ​ບຸນ ​ແລະ ​ແທດ​ຈິງ​ຫລາຍ​ຢ່າງ, ​​ເພື່ອແບ່ງປັນ​ບົດຮຽນ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ, ​ເພີ່ມ​ທະວີຄວາມ​​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ນ້ຳ​ໃຈ​ມິດຕະພາບ. ຜ່ານ​ນັ້ນ ປະກອບສ່ວນ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ໝັ້ນ​ຄົງ​ເຂັ້ມ​ແຂງ ​ແລະ ສາມັກ​ຄີ ”.

ຂ່າວ/ບົດ​ອື່ນ