ພິ​ທີ​ອັດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ເຜົ່າ​ມົ້ງ​ທົ່ວ​ປະ​ເທດ

(VOVWORLD) -ຕອນບ່າຍວັນທີ 26 ທັນວາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ລາຍເຈົາ ຈັດຕັ້ງພິທີອັດວັນບຸນວັດທະນະທຳເຜົ່າມົ້ງຄັ້ງທີ III ປີ 2021.
ພິ​ທີ​ອັດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ເຜົ່າ​ມົ້ງ​ທົ່ວ​ປະ​ເທດ - ảnh 1ຄະນະຈັດຕັ້ງມອບໃບຢັ້ງຢືນໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນທີ່ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວໃນວັນບຸນວັດທະນະທຳເຜົ່າມົ້ງທົ່ວປະເທດ 

ພາຍຫຼັງດຳເນີນບັນດາກິດຈະກຳທີ່ໜ້າຈັບອົກຈັບໃຈ ແລະ ອຸດົມສົມບູນ, ຕອນບ່າຍວັນທີ 26 ທັນວາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ລາຍເຈົາ ຈັດຕັ້ງພິທີອັດວັນບຸນວັດທະນະທຳເຜົ່າມົ້ງຄັ້ງທີ III ປີ 2021.

        ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳເຜົ່າມົ້ງ - ຄວາມສະເໝີພາບ, ສາມັກຄີ, ເຊື່ອມໂຍງ ແລະ ພັດທະນາ”, ວັນບຸນປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງແຂກຖືກເຊີນ, ນັກສິລະປິນ, ນັກສິລະປະກອນ, ນັກສະແດງ, ນັກກິລາມະຫາຊົນ ພ້ອມດ້ວຍພໍ່ແມ່ປະຊາຊົນເຜົ່າມົ້ງປະມານ 3.000 ຄົນ ທີ່ມາຈາກ 11 ແຂວງ ໂດຍມີການເຂົ້າຮ່ວມສົມທົບຈາກບັນດາອົງການຈັດຕັ້ງ, ຄະນະ, ຂະແໜງການສູນກາງ. ທີ່ພິທີອັດ, ຄະນະຈັດຕັ້ງໄດ້ມອບໃບຢັ້ງຢືນໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນທີ່ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວໃນວັນບຸນວັດທະນະທຳເຜົ່າມົ້ງທົ່ວປະເທດ.

       


ຕອບກັບ

ຂ່າວ/ບົດ​ອື່ນ