ພິ​ທີ​ອາ​ໄລ​ຫາ 50 ປີ​ແຫ່ງວັນ​​ມໍ​ລະ​ນະ​ກຳ​ຂອງ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ຕອນເຊົ້າວັນທີ 21ສິງຫາ, ຢູ່ເຂດປູສະນີຍະສະຖານພິເສດແຫ່ງຊາດກີມລຽນ ຢູ່ຕາແສງກີມລຽນ ເມືອງນາມດ່ານ ແຂວງເງະອານ, ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານ ພ້ອມດ້ວຍປະຊາຊົນທ້ອງຖິ່ນໄດ້ຈັດຕັ້ງພິທີອາໄລຫາ 50 ປີແຫ່ງວັນມໍລະນະກຳຂອງປະທານໂຮ່ຈີມິນ (1969 – 2019).
ພິ​ທີ​ອາ​ໄລ​ຫາ 50 ປີ​ແຫ່ງວັນ​​ມໍ​ລະ​ນະ​ກຳ​ຂອງ​ປະ​ທານ​ໂຮ່​ຈີ​ມິນ - ảnh 1

ຄະນະຜູ້ແທນກູບາ

ພາບ: https://dantri.com.vn/

  ເຂົ້າຮ່ວມພິທີມີຄະນະຜູ້ແທນຂອງຄະນະກຳມະການຮັກສາການປະຕິວັດກູບາ ໂດຍທ່ານ Carlos Rafael Miranda Martinez ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານຄະນະກຳມະການຮັກສາການປະຕິວັດກູບາເປັນຫົວໜ້າຄະນະ.

  ພິທີອາໄລຫາ 50 ປີແຫ່ງວັນມໍລະນະກຳຂອງປະທານໂຮ່ຈີມິນ ໄດ້ຮັບການຈັດຕັງຂຶ້ນຢ່າງເຄັ່ງຂຶມ, ປະຢັດ ຕາມຮີດຄອງປະເພນີຂອງທ້ອງຖິ່ນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພະນັກງານ, ປະຊາຊົນບັນດາທ້ອງຖິ່ນພາຍໃນ ແລະ ນອກແຂວງເງະອານ ສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີຂອງປະທານໂຮຈີມິນ.


ຕອບກັບ

ຂ່າວ/ບົດ​ອື່ນ