ພິ​ທີອາ​ໄລ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ ຈາກ​ເຫດ​ກໍ່​ການ​ຮ້າຍໃນ​ວັນ​ທີ 11 ກັນ​ຍາ​ຢູ່ ອາ​ເມ​ລິ​ກາ

(VOVWORLD) - ພິທີອາໄລຫາ ຜູ້ປະສົບເຄາະຮ້າຍ ຈາກການກໍ່ການຮ້າຍໃນວັນທີ 11 ກັນຍາຢູ່ ອາເມລິກາ ໄດ້ກຳນົດແມ່ນວັນອາໄລຫາ ແລະ ຮັບໃຊ້ແຫ່ງຊາດ ຫຼືຍັງໄດ້ເອີ້ນວ່າວັນຮັກຊາດ, ເຊິ່ງກໍ່ໄດ້ດຳເນີນຢູ່ນະຄອນ, ເທດສະບານຕ່າງໆໃນທົ່ວປະເທດ ອາເມລິກາ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ.
ພິ​ທີອາ​ໄລ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ ຈາກ​ເຫດ​ກໍ່​ການ​ຮ້າຍໃນ​ວັນ​ທີ 11 ກັນ​ຍາ​ຢູ່ ອາ​ເມ​ລິ​ກາ - ảnh 1ພິທີອາໄລຫາຜູ້ປະສົບເຄາະຮ້າຍ ຈາກເຫດກໍ່ການຮ້າຍໃນວັນທີ 11 ກັນຍາຢູ່ ອາເມລິກາ
(ພາບ:  news.abplive.com)

ບັນດາການເຄື່ອນໄຫວອາໄລຫາ ຜູ້ປະສົບເຄາະຮ້າຍ ໃນເຫດກໍ່ການຮ້າຍໃນວັນທີ 11 ກັນຍາ ປີ 2001 ໄດ້ ແລະ ພວມດຳເນີນຢູ່ຫຼາຍແຫ່ງໃນທົ່ວປະເທດ ອາເມລິກາ. ກ່າວຄຳເຫັນທີ່ພິທີອາໄລຫາ ຢູ່ຖານທີ່ໝັ້ນການທະຫານ ຢູ່ລັດ Alaska ໃນວັນທີ 11 ກັນຍາ, ຕາມເວລາ ທ້ອງຖິ່ນ, ພາຍຫຼັງການເດີນທາງໄປປະຕິບັດງານຢູ່ ອາຊີ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເນັ້ນໜັກວ່າ ນີ້ແມ່ນຈຸດເວລາເພື່ອຫວນຄືນຈິດໃຈສາມັກຄີຂອງປະເທດ ອາເມລິກາ. ກໍ່ໃນວັນນີ້, ຢູ່ເຂດເລກ 0, ຕີນຕຶກແຝດ ທີ່ຖືກບຸກໂຈມຕີ, ນະຄອນ ນິວຢອກ, ທ່ານນາງຮອງປະທານາທິບໍດີ Kamala Harris ພ້ອມກັບປະຊາຊົນໄດ້ຈັດພິທີອາໄລຫາ ດ້ວຍພິທີກຳທີ່ເປັນມູນເຊື້ອຕ່າງໆໃນໄລຍະ 20 ປີຜ່ານມາ ດ້ວຍການອ່ານຊື່ຂອງຜູ້ປະສົບເຄາະຮ້າຍແຕ່ລະຄົນ ແລະ ຍົກອອກສານຮຽກຮ້ອງສັນຕິພາບ ແລະ ຄວາມຍຸຕິທຳ. ໃນຂະນະນັ້ນ, ທ່ານນາງ Jill Biden ພັນລະຍາຂອງທ່ານປະທານາທິບໍດີ ອາເມລິກາ ແລະ ບັນດາເຈົ້າໜ້າທີ່ທຳນຽບ 5 ແຈ ອາເມລິກາ ກໍ່ໄດ້ຈັດການວາງພວງມາລາຢູ່ ອະນຸສາວະລີ ວັນທີ 11 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ.

ພິທີອາໄລຫາ ຜູ້ປະສົບເຄາະຮ້າຍ ຈາກການກໍ່ການຮ້າຍໃນວັນທີ 11 ກັນຍາຢູ່ ອາເມລິກາ ໄດ້ກຳນົດແມ່ນວັນອາໄລຫາ ແລະ ຮັບໃຊ້ແຫ່ງຊາດ ຫຼືຍັງໄດ້ເອີ້ນວ່າວັນຮັກຊາດ, ເຊິ່ງກໍ່ໄດ້ດຳເນີນຢູ່ນະຄອນ, ເທດສະບານຕ່າງໆໃນທົ່ວປະເທດ ອາເມລິກາ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ