ພິທີເຄື່ອນພົນໂຮງໝໍກາງສະໜາມຂັ້ນ 2, ເລກທີ 1 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້

(VOVWORLD) - ຕອນເຊົ້າວັນທີ 01 ຕຸລາ, ທີ່ນະຄອນ ໂຮ່ຈີມິນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີເຄື່ອນພົນໂຮງໝໍກາງສະໜາມຂັ້ນ 2, ເລກທີ 1 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສະຫະປະຊາຊາດ. 
ພິທີເຄື່ອນພົນໂຮງໝໍກາງສະໜາມຂັ້ນ 2, ເລກທີ 1 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້ - ảnh 1 ທ່ານພົນໂທ ຫງວຽນຈີ໋ວິ້ງມອບຂໍ້ຕົກລົງຂອງປະທານປະເທດກ່ຽວກັບເລື່ອງຈັດສົ່ງທິມງານໂຮງໝໍກາງສະໜາມ (ພາບ: ອິນເຕີແນັດ)

ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມອບຂໍ້ຕົກລົງຂອງປະທານປະເທດກ່ຽວກັບເລື່ອງຈັດສົ່ງທິມງານໂຮງໝໍກາງສະໜາມຂັ້ນ 2, ເລກທີ 1 ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້.

       ພະນັກງານ, ທ່ານໝໍໂຮງໝໍກາງສະໜາມຂັ້ນ 2, ເລກທີ 1, ຈຳນວນ 63 ຄົນ ຍາມໃດກໍ່ມີຄວາມກຽມພ້ອມ ແລະ ເອກອ້າງທະນົງໃຈດ້ວຍຄວາມຮັບຜິດຊ້ອບນີ້, ສາມັກຄີ, ຜ່ານຜ່າບັນດາຄວາມຫຍຸ້ງຍາກຢູ່ພາກສະໜາມຕົວຈິງ ຊູດັງໃຕ້ ເພື່ອສຳເລັດທຸກໜ້າທີ່ການງານເປັນຢ່າງດີ. ພັນເອກ ຮ່ວາງກິມຟຸ້ງ ຫົວໜ້າກົມຮັກສາສັນຕິພາບ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:

       “ພວກເຮົາເຊື້ອໝັ້ນວ່າ ຕໍ່ການກະກຽມຂອງ ຫວຽດນາມ ແລະ ບັນດາໝາກຜົນ ຊຶ່ງນາຍທະຫານ ຫວຽດນາມ ທີ່ບັນລຸໄດ້ໃນກ່ວາ 4 ປີຜ່ານມາ ນັບແຕ່ມື້ພວກເຮົາຈັດສົ່ງບັນດາທິມງານໄປຍັງ ຊູດັງໃຕ້ ແລະ ສ.ອາຟຣິກາກາງ ໂຮງໝໍກາງສະໜາມຂັ້ນ 2, ເລກ 1 ຂອງ ຫວຽດນາມ ຈະອອກເດີນທາງ ແລະ ສຳເລັດໜ້າທີ່ເປັນຢ່າງດີ ຄືດັ່ງຄວາມຫວັງຂອງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະຫະປະຊາດ”.  

ພິທີເຄື່ອນພົນໂຮງໝໍກາງສະໜາມຂັ້ນ 2, ເລກທີ 1 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ