ພິທີເຊີດຊູແລະມອບນາມມະຍົດ“ຊາວກະສິກອນຫວຽດນາມດີເດັ່ນປີ2013”

ພິທີເຊີດຊູແລະມອບນາມມະຍົດ“ຊາວກະສິກອນຫວຽດນາມດີເດັ່ນປີ2013” - ảnh 1
ພິທີມອບ​ນາມ​ມະ​ຍົດ“ຊາວ​ກະສິກອນ​ຫວຽດນາມ​ດີ​ເດັ່ນປີ 2013
ພາບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 15/10 ຢູ່ ຮ່​າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ“ຄວາມ​​ເອກອ້າງ​ທະ​ນົງ​ໃຈ​ຊາວ​ກະສິກອນ​ຫວຽດນາມ” ​ແລະ ມອບ​ນາມ​ມະ​ຍົດ“ຊາວ​ກະສິກອນ​ຫວຽດນາມ​ດີ​ເດ່ັນປີ 2013.” ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່າ​ນປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ:

        “ຊາວ​ກະສິກອນ​ກວມ​ເກືອບ 70% ຈຳນວນ​ພົນລະ​ເມືອງ, ​ໃນ​ນັ້ນ ກວ່າ 50% ພວມ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ພາລະກິດ​ປ່ຽນ​ແປງ​ໃຫມ່, ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ,​ ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ,​ ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ປະ​ເທດ​ຊາດ​ທີ່​ບັນລຸ​ໄດ້​ໃນ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ລ້ວນ​ແຕ່​ມີ​ການ​ປະກອບສ່ວນ​ອັນ​​ໃຫຍ່​ຫລວງ​ຈາກ​ປະຊາຊົນ. ​ໃນ​ໄລຍະ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຊາວ​ກະສິກອນ​ແມ່ນ​ປັດ​ໄຈ​ສຳຄັນ​ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຮັບປະກັນ​ຊີວິດ​ສັງຄົມ​​​ເພື່ອ​ຮັກສາ​ສະຖຽນລະ​ພາບ​ຂອງ​ປະ​ເທດ​ຊາດ ​ແລະ ສືບ​ຕໍ່​ພັດທະນາ.”

ຂ່າວ/ບົດ​ອື່ນ