ພິທີເປີດງານວາງສະແດງກ່ຽວກັບ “ວັດທະນະທຳ ຮວ່າບິ່ງ”

(VOVWORLD) - ຜ່ານບັນດາວັດຖຸພັນ, ເອກະສານເຫຼົ່ານັ້ນຈະຊ່ວຍໃຫ້ຜູ້ຊົມມີມູມມອງທີ່ເລິກເຊິ່ງກວ່າ, ລະອຽດກວ່າກ່ຽວກັບວັດທະນະທຳ, ການຄົ້ນຄວ້າປະຫວັດສາດເດີມເພື່ອສັນຕິພາບ. 
ພິທີເປີດງານວາງສະແດງກ່ຽວກັບ “ວັດທະນະທຳ ຮວ່າບິ່ງ” - ảnh 1 ພິທີເປີດງານວາງສະແດງ (ພາບ: TTXVN)

ວັນທີ 17 ຕຸລາ, ຄະນະກຳມະການປະຊາຊົນ ແຂວງຮວ່າບິງ, ໄດ້ເປີດງານວາງສະແດງວັດຖຸພັນ, ເອກະສານຂອງຫໍພິພິຕະພັນ, ວາງສະແດງປຶ້ມ, ໜັງສືພິມ, ວາລະສານທີ່ມີຫົວຂໍ້ກ່ຽວກັບ “ວັດທະນະທຳ ຮວ່າບິ່ງ” ແລະ ງານວາງສະແດງ “ຮູບພາບການທ່ອງທ່ຽວ ຮວ່າບິ່ງ ທີ່ສວຍສົດງົດງາມ ປີ 2017”. ຄະນະຈັດຕັ້ງງານວາງສະແດງ, ໄດ້ແນະນຳກວ່າ 1.000 ວັດຖຸພັນ, ກວ່າ 100 ພາບເອກະສານ, ໜັງສືພິມ, ວາລະສານປຶ້ມອ່ານເກືອບ 200 ຫົວ ກ່ຽວກັບ “ວັດທະນະທຳ ຮວ່າບິ່ງ” ແລະ 71 ຮູບພາບທີ່ແມ່ນຜະລິດຕະພັນໃນການແຂ່ງຂັນຮູບພາບສວຍງາມຂອງແຂວງຮວ່າບິ່ງ. ຜ່ານບັນດາວັດຖຸພັນ, ເອກະສານເຫຼົ່ານັ້ນຈະຊ່ວຍໃຫ້ຜູ້ຊົມມີມູມມອງທີ່ເລິກເຊິ່ງກວ່າ, ລະອຽດກວ່າກ່ຽວກັບວັດທະນະທຳ, ການຄົ້ນຄວ້າປະຫວັດສາດເດີມເພື່ອສັນຕິພາບ. ງານວາງສະແດງດັ່ງກ່າວຈະດຳເນີນຮອດ ວັນທີ 25 ຕຸລາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ