ພິທີເປີດຕົວສະມາຄົມພັດທະນາ ຮ່ວມມືດ້ານເສດຖະກິດ ຫວຽດນາມ - ອາຊຽນ (VASEAN)

(VOVWORLD) - VASEAN ແມ່ນອົງການສັງຄົມ - ວິຊາຊີບ, ທີ່ໄດ້ເຕົ້າໂຮມບັນດາວິສາຫະກິດ, ບັນດານັກວິທະຍາສາດ, ສ່ວນບຸກຄົນ, ອົງການຈັດຕັ້ງຂອງ ຫວຽດນາມ.
ພິທີເປີດຕົວສະມາຄົມພັດທະນາ ຮ່ວມມືດ້ານເສດຖະກິດ ຫວຽດນາມ - ອາຊຽນ (VASEAN) - ảnh 1 ຜູ້ແທນປະເທດຕ່າງໆເຂົ້າຮ່ວມພິທີ

ຕອນຄ່ຳວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງງານລາຕີເປີດຕົວສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ (VASEAN) ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ, ຍີ່ປຸ່ນ, ສ. ເກົາຫຼີ, ອິນເດຍ ປະຈຳ ຫວຽດນາມ ແລະ ບັນດາວິສາຫະກິດຢູ່ທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.

        VASEAN ແມ່ນອົງການສັງຄົມ - ວິຊາຊີບ, ທີ່ໄດ້ເຕົ້າໂຮມບັນດາວິສາຫະກິດ, ບັນດານັກວິທະຍາສາດ, ສ່ວນບຸກຄົນ, ອົງການຈັດຕັ້ງຂອງ ຫວຽດນາມ. ຕົ້ນກຳເນີດຂອງ VASEAN ແມ່ນສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການສ້າງຕັ້ງກ່ອນນີ້ 10 ປີ. ການປ່ຽນຊື່ຄັ້ງນີ້ໄດ້ສະແດງໃຫ້ເຫັນການພັດທະນາຂອງສະມາຄົມ ທັງດ້ານຂອບເຂດການເຄື່ອນໄຫວ ແລະ ບົດບາດ, ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງການເຊື່ອມໂຍງ ແລະ ການພັດທະນາເສດຖະກິດໃນປະຊາຄົມເສດຖະກິດ ອາຊຽນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ