ພິທີເປີດຕົວສະມາຄົມມິດຕະພາບຫວຽດນາມ - ລາວ ຂອງກະຊວງຕໍາຫຼວດຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 10 ຕຸລາ,ຢູ່ສໍານັກງານ ກະຊວງຕໍາຫຼວດຫວຽດນາມ, ທີ່ຮ່າໂນ້ຍ ໄດ້ຈັດພິທີເປີດຕົວ ສະມາຄົມມິດຕະພາບ ຫວຽດນາມ - ລາວ ຂອງກະຊວງຕໍາຫຼວດຫວຽດນາມ. 
ພິທີເປີດຕົວສະມາຄົມມິດຕະພາບຫວຽດນາມ - ລາວ ຂອງກະຊວງຕໍາຫຼວດຫວຽດນາມ - ảnh 1 ທ່ານປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ເຈິ່ນວັນຕຸ໊ຍ ມອບເງິນ ຈໍານວນ 400 ລ້ານດົ່ງ ໃຫ້ສະຖານທູດລາວ ປະຈໍາ ຫວຽດນາມ ເພື່ອແນໃສ່ໜູນຊ່ວຍປະຊາຊົນ ຜູ້ທີ່ປະສົບເຄາະຮ້າຍ ຈາກເຫດ ເຂື່ອນໄຟຟ້າແຕກ ຢູ່ ອັດຕະປື (ພາບ:Dieu Hong/VOV5)

ເຂົ້າຮ່ວມພິທີ ມີ ຜູ້ຕາງໜ້າສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ທ່ານເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ທອງສະຫວັນ ພົມວິຫານ ພ້ອມດ້ວຍບັນດານາຍ ແລະ ພົນຕໍາຫຼວດ, ພະນັກງານ, ພາລະກອນຂອງກະຊວງຕໍາຫຼວດຫວຽດນາມ. ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ບຸ່ຍວັນນາມ, ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດ ນາມ, ປະທານຊົ່ວຄາວ ສະມາຄົມມິດຕະພາບ ຫວຽດນາມ-ລາວ ຂອງກະຊວງຕໍາຫຼວດຫວຽດນາມ ໃຫ້ຮູ້ວ່າ:

        “ກະຊວງຕໍາຫຼວດຫວຽດນາມ ມີສາຍພົວພັນອັນດີງາມກັບກະຊວງປ້ອງກັນຄວາມສະຫງົບລາວ ໃນທຸກວຽກງານການເຄື່ອນໄຫວຂອງຕໍາຫຼວດ, ໂດຍເລີ່ມມາຈາກນໍ້າໃຈອັນ    ດີງາມທີ່ເປັນມູນເຊື້ອ, ຄວາມສັດຊື່ບໍລິສຸດຂອງປະຊາຊົນສອງປະເທດເວົ້າລວມ, ພະນັກງານນັກຮົບກະຊວງຕໍາຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບເວົ້າສະເພາະ. ບົນພື້ນຖານທີ່ເປັນມູນເຊື້ອ, ຄວາມຕ້ອງການຮ່ວມມືໃນສະພາບການໃໝ່, ການສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ ຂອງກະຊວງຕໍາຫຼວດຫວຽດນາມ ແມ່ນການເຄື່ອນໄຫວທີ່ຈໍາເປັນ, ແມ່ນເວທີປາໄສທີ່ສໍາຄັນຂອງພະນັກງານນັກຮົບທີ່ພວມປະຕິບັດໜ້າທີ່, ຜູ້ພັກບໍານານ ມີເງື່ອນໄຂສືບຕໍ່ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາສາຍພົວພັນສາມັກຄີ ຫວຽດນາມ - ລາວ ເຊິ່ງລຸ້ນຄົນກ່ອນໆ ໄດ້ເພີ່ມພູນຄູນສ້າງຂຶ້ນ”.

        ກໍໃນພິທີດັ່ງກ່າວ, ທ່ານປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ເຈິ່ນວັນຕຸ໊ຍ ໄດ້ມອບເງິນ ຈໍານວນ 400 ລ້ານດົ່ງ ໃຫ້ສະຖານທູດລາວ ປະຈໍາ ຫວຽດນາມ ເພື່ອແນໃສ່ໜູນຊ່ວຍປະຊາຊົນ ຜູ້ທີ່ປະສົບເຄາະຮ້າຍ ຈາກເຫດ ເຂື່ອນໄຟຟ້າແຕກ ຢູ່ ອັດຕະປື.

ຕອບກັບ

ຂ່າວ/ບົດ​ອື່ນ