ພິທີເປັນສັກຂີພິຍານການລາດຕະເວນຮ່ວມສາມປະເທດຫວຽດນາມ-ລາວ-ກຳປູເຈຍ

(VOVWORLD) -ນອນໃນການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບຊາຍແດນຫວຽດນາມ-ລາວ-ກຳປູເຈຍຄັ້ງທີ 1 ປີ 2018 ໂດຍກອງບັນຊາການທະຫານປ້ອງກັນຊາຍແດນຫວຽດນາມ ສົມທົບກັບ ຄະນະກຳມະການປະຊາຊົນ ແຂວງ ກອນຕູມ ຈັດຂຶ້ນ

ພິທີເປັນສັກຂີພິຍານການລາດຕະເວນຮ່ວມສາມປະເທດຫວຽດນາມ-ລາວ-ກຳປູເຈຍ - ảnh 1 ພິທີເປັນສັກຂີພິຍານການລາດຕະເວນຮ່ວມສາມປະເທດຫວຽດນາມ-ລາວ-ກຳປູເຈຍ

ພາບ:baotintuc

ຕອນເຊົ້າວັນທີ 3 ພະຈິກ ຢູ່ ຫລັກໝາຍສາມແຍກຊາຍແດນ ຫວຽດນາມ - ລາວ -ກຳປູເຈຍ ໄດ້ດຳເນີນພິທີເຄົາລົບຫລັກໝາຍ ແລະ ເປັນສັກຂີພິຍານການລາດຕະເວນຮ່ວມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ການສົມທົບກັນເຄື່ອນໄຫວລາດຕະເວນປົກປັກຮັກສາເຂດຊາຍແດນ ໂດຍປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເບີ່ອີ ແຂວງ ກອມຕູມ ຂອງຫວຽດນາມພ້ອມກັບ ກອງພັນໃຫຍ່ປ້ອງກັນຊາຍແດນ 541 ກອງບັນຊາການທະຫານແຂວງ ອັດຕະປື ຂອງລາວ ແລະ ປ້ອມຕຳຫລວດ ຂຶ້ນກັບກອງພັນຕຳຫລວດ 203 ຂອງລາວ ແລະ ອົງການຕຳຫລວດແຂວງ Rattanakiri ກຳປູເຈຍ ປະຕິບັດ. ກອງລາດຕະເວນຊາຍແດນສາມຝ່າຍ ໄດ້ພ້ອມກັນໄປລາດຕະເວນ ກວດກາສະພາບການຫລັກໝາຍຊາຍແດນແຫ່ງຊາດ, ແລກປ່ຽນສະພາບການຢູ່ເຂດຊາຍແດນ, ຫລັກໝາຍຊາຍແດນແຫ່ງຊາດ, ເສັ້ນທາງໄປມາຜ່ານຊາຍແດນຮ່ວມ ແລະ ພ້ອມກັນເປັນເອກະພາບບັນດາມາດຕະການຄຸ້ມຄອງ, ປົກປັກຮັກສາຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ