ພິທີແຈກຢາຍທັນຍາຫານພະອໍລະຫັນເຈີ່ນ ວິຫານ ເຈີ່ນເທືອງ - ຮ່ານາມ

(VOVWORLD) -ຄ່ຳຄືນວັນທີ 01 ມີນາ (ກົງກັບວັນທີ 14 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດວິຫານເຈີ່ນເທືອງ, ເມືອງ ລິ໋ເຍີນ, ແຂວງຮ່ານາມ

ພິທີແຈກຢາຍທັນຍາຫານພະອໍລະຫັນເຈີ່ນ ວິຫານ ເຈີ່ນເທືອງ - ຮ່ານາມ - ảnh 1 ພິທີແຈກຢາຍທັນຍາຫານພະອໍລະຫັນເຈີ່ນ ວິຫານ ເຈີ່ນເທືອງ - ຮ່ານາມ

(ພາບປະກອບ: TTXVN)

ໄດ້ຈັດພິທີແຈກຢາຍທັນຍາຫານພະອໍລະຫັນເຈີ່ນ ລະດູບານໃໝ່ປີຈໍ 2018. ເຂົ້າຮ່ວມພິທີມີທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ.

        ພິທີແຈກຢາຍທັນຍາຫານພະອໍລະຫັນເຈີ່ນ ວິຫານ ເຈີ່ນເທືອງ ແມ່ນໜຶ່ງໃນບັນດາງານບຸນໃຫຍ່ຍາມຕົ້ນປີໃໝ່ຂອງແຂວງຮ່ານາມ, ເຊິ່ງໄດ້ຮັບການຈັດຕັ້ງເພື່ອອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງນັກວິລະຊົນຂອງຊາດ ຮືງດ້າວດ້າຍເວືອງ ເຈີ່ນກ໋ວກຕ໋ວນ. ພິທີແມ່ນການວາດພາບປະຫວັດສາດ “ແຍກຢາຍທັນຍາຫານ” ຂອງກອງທັບໃນສະໄໝລາດຊະວົງເຈີ່ນ ຕີຊະນະສັດຕູ ຄັ້ງທີ 3 ປີ 1288.

        ເລື່ອງຈັດຕັ້ງງານບຸນແຈກຢ່າຍທັນຍາຫານຍາມຕົ້ນລະດູບານໃໝ່ຢູ່ວິຫານ ເຈີ່ນເທືອງ ໄດ້ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ພ້ອມທັງໂຄສະນາ, ສຶກສາມູນເຊື້ອຮັກຊາດຕ້ານສັດຕູຂອງປູ່ຍ່າຕາຍາຍ ແລະ ລະດົມທຸກຄົນແຂ່ງຂັນອອກແຮງງານໃນການຜະລິດ, ສາມັກຄີກັນ ສ້າງຊີວິດທີ່ອີ່ມໜຳສຳນານ, ມີຄວາມຜາສຸກໃຫ້ແຕ່ລະຄອບຄົວ ແລະ ທົ່ວສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ