ພິ​ທີ​ໂຮມ​ຊຸມ​ມຸນ ມິດ​ຕິງ​ຕອບ​ສະ​ໜອງ ເດືອນ​ກະ​ທຳ​​ເພື່ອປ້​ອງ​ກັນ ແລະ ຕ້ານຢາ​ເສບ​ຕ​ິດ

(VOVWORLD) -   ຕອນຄ່ຳວັນທີ 23 ມິຖຸນາ, ຢູ່ນະຄອນ ວິງ ແຂວງ ເງ້ອານ ໄດ້ດຳເນີນ ພິທີ ໂຮມຊຸມມຸນ ມິດຕິງ ຕອບສະໜອງເດືອນກະທຳ ເພື່ອປ້ອງກັນ ແລະ ຕ້ານ ຢາເສບຕິດ. ວັນ ສາກົນ ແລະ ທົ່ວປວງຊົນປ້ອງກັນ, ຕ້ານ ຢາເສບຕິດຄື ວັນທີ 26 ມິຖຸນາ 2019.

ພິ​ທີ​ໂຮມ​ຊຸມ​ມຸນ ມິດ​ຕິງ​ຕອບ​ສະ​ໜອງ ເດືອນ​ກະ​ທຳ​​ເພື່ອປ້​ອງ​ກັນ ແລະ ຕ້ານຢາ​ເສບ​ຕ​ິດ - ảnh 1

ກະຊວງຕຳຫຼວດມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະ ບຸກຄົນທີ່ມີການປະກອບສ່ວນອັນຕັ້ງໜ້າເຂົ້າວຽກ                                               ງານປ້ອງກັນ ແລະ ຕ້ານຢາເສບຕິດ (ພາບ: qdnd.vn)

       ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຜູ້ຕາງໜ້າກະຊວງຕຳຫຼວດ, ກະຊວງ ສາທາລະນະ ສຸກ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ການນຳແຂວງ ເງ້ອານ, ຮ່າໂນ້ຍ, ແທງຮວາ ແລະ ຜູ້ຕາງໜ້າ ປະຊາຊົນທຸກຊັ້ນວັນນະ, ກຳລັງປະກອບອາວຸດ ແຂວງ ເງ້ອານ.

ກ່າວຄຳເຫັນທີ່ ພິທີ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ໄພຢາເສບຕິດ ພວມກາຍເປັນສິ່ງທີ່ໄດ້ຮັບຄວາມສົນໃຈຈາກໂລກ ແລະ ສັງຄົມຢ່າງເລິກເຊິ່ງ, ຜົນຮ້າຍຢ້ອນຫຼັງໂດຍໄພຢາເສບຕິດກໍ່ຂຶ້ນແມ່ນຮ້າຍແຮງທີ່ສຸດກ່ຽວກັບເສດຖະກິດ, ການເມືອງ, ວັດທະນະທຳ ແລະ ສັງຄົມ.

        ໃນໄລຍະຜ່ານມາ, ວຽກງານປ້ອງກັນ, ຕ້ານ ແລະ ບຳບັດປິນປົວໃຫ້ຜູ້ຕິດຢາເສບຕິດຍາມໃດພັກ, ລັດກໍ່ໄດ້ເອົາໃຈໃສ່ໃນການຊີ້ນຳ, ຄວບຄຸມ. ອົງການທີ່ມີໜ້າທີ່ໄດ້ຜັນຂະຫຍາຍມາດຕະການຕ່າງໆຢ່າງຄົບຊຸດ, ຂ້ຽວຂາດ, ຢຶດໝັ້ນ ແລະ ບັນລຸໄດ້ໝາກຜົນທີ່ສຳຄັນ, ປະກອບສ່ວນໃນການຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ພັດທະນາເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ